Eco-social | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Eco-social

Eco-social

ເຜີຍ! ຄວາມຄືບ ຫນ້າແຜນລາວ-ໄທ ສ້າງຂົວຂ້າມ ສະເພາະລົດໄຟ

E-mail Print PDF

IMG_8872
ແຜນ​ລັດ­ຖະ­ບານ​ລາວ-ໄທ​ທີ່ຢາກ​ສ້າງ​ຂົວ​ສະ­ເພາະ​ລົດ­ໄຟ ຂ້າມໄດ້​ມີ​ແນວ​ຄິດ​ລິ​ເລີ່ມ​ຫລັງເປີດ​ນຳ​ໃຊ້​ລົດ­ໄຟ​ລະ­ຫວ່າງລາວ-ໄທ​ຂ້າມ​ ຂົວ​ມິດ­ຕະ­ພາບ 1 ທີ່​ບໍ­ລິ­ເວນ​ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫລວງ​ວຽງ​ຈັນ​ໄດ້​ພຽງ 2 ປີ ຫລື ປະ­ມານ​ຕົ້ນ​ປີ 2011 ເຫັນ​ວ່າ​ພົບ​ຄວາມ​ຫຍຸ້ງ­ຍາກຫລາຍ ເຖິງ​ແມ່ນ​ວ່າ​ຜ່ານ​ມາ ການ​ນຳ​ໃຊ້​ລົດ­ໄຟ​ທີ່​ແລ່ນ​ຕາມລາງ​ກາງ​ຂົວ​ມິດ­ຕະ­ພາບ 1 ຈະ​ມີພຽງ 2 ຖ້ຽວ​ຕໍ່​ມື້​ກໍ່​ຕາມ.

ຄວາມອຶດອັດ ຈາກຜົນກະທົບ ຂອງລະເບີດ ທີ່ຍັງບໍ່ທັນແຕກ ຈາກບ້ານແສນອຸດົມ

E-mail Print PDF
Pictures from Vientianetimes
ຮູບພາບຂ້າງເທິງ ເປັນຮູບພາບປະກອບຈາກຫນັງສືພິມວຽງຈັນທາມສ໌ ເປັນເດັກນ້ອຍແຂວງສະຫວັນນະເຂດຖືກລະເບີດທີ່ຍັງບໍ່ທັນແຕກ ແຕກໃສ່

ຢ້ອນຄືນຫຼັງໄປເມື່ອຫຼາຍກວ່າ 3 ທົດສະວັດທີ່ຜ່ານມາ, ຈະດ້ວຍເຫດຜົນອັນໃດກໍຕາມ ທີ່ສະຫະລັດອາເມລິກາທຸ່ມເທງົບປະມານມະຫາສານ ຂ້າມນໍ້າຂ້າມທະເລມາຍັງແຫຼມອິນດູຈິນເພື່ອໃຊ້ອາວຸດຍຸດໂທປະກອນເສິກສົງຄາມມາທຳລາຍລ້າງໃນດິນແດນສາມປະເທດລາວ-ຫວຽດນາມ-ກຳປູເຈຍ.

ຂ້ອຍມີເລື້ອງໜື່ງ ຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ

E-mail Print PDF
1503997029editor_armed_robber
ສະບາຍດີໝູ່ຄູ່ໝົດທຸກຄົນ, ມື້ນີ້ ຂ້ອຍມີເລື້ອງໜື່ງຈະເລົ່າສູ່ຟັງເດີ້ ເພື່ອເປັນອຸທາຫອນ ຫຼື ເຮັດໃຫ້ຜູ້ອື່ນມີຄວາມລະມັດລະວັງຕື່ມອີກ.

Special lecture by Sounay Phothisane ການປົດປ່ອຍອຳນາດ (Unlock the Power)

E-mail Print PDF
Unlock-the-Power-Lao
Want to learn how to use websites, blogs, and facebook to build networks for work and social life? Come listen to a presentation by Lao blogger Sounay Photisane at the US Embassy on Jan. 31 at 1900. RSVP is required. See the poster for more info

ທ້າວສຸໄນ ໂພທິສານໄດ້ຖືກຮັບເຊີນເປັນກຽດຈາກສະຖານທູດອາເມລິກາ ປະຈຳວຽງຈັນ ໃຫ້ເປັນຜູ້ບັນຍາຍເລື່ອງໃນຫົວຂໍ້ "ການປົດປ່ອຍອຳນາດ (Unlock the Power)"  ເຊິ່ງລາວຈະມາເວົ້າການໃຊ້ເວັບໄຊທ໌ ແລະສື່ສັງຄົມຕ່າງໆຢ່າງສ້າງສັນ ແລະ ມີປະໂຫຍດຕໍ່ຕົນເອງ ນອກຈາກນີ້ ສຸໄນ ຈະແນະນຳເວັບ Joomla ເປັນເວັບແບບລະບົບການຈັດການເນື້ອຫາ ເຊິ່ງສາມາດປະຍຸກໃຊ້ເຂົ້າກັບທຸລະກິດຂອງທ່ານຢ່າງມີປະສິດທິພາບ ແລະ ສາມາດເຮັດໃຫ້ລູກຄ້າ ແລະ ການຂາຍຂອງທ່ານເພີ່ມຂຶ້ນດ້ວຍຕົ້ນທຶນຕ່ຳໆ  

ສາມາດສະມັກເຂົ້າຮ່ວມໄດ້ໂດຍບໍ່ຕ້ອງເສຍຄ່າໃດໆ ຕາມລາຍລະອຽດຂ້າງເທິງ  ໃນວັນອັງຄານ ເດືອນ ມັງກອນ ທີ  31 ປີ 2010 ເວລາ 7 ໂມງແລງ ທີ່ສະຖານທູດອາເມລິກາ

RSVP: email to This e-mail address is being protected from spambots. You need JavaScript enabled to view it   or   This e-mail address is being protected from spambots. You need JavaScript enabled to view it    or    call:   55526201 

ພິດສະໄຫມ ຈັນທະສອນ ຄອງຕໍາແຫນ່ງ ສາວງາມຈໍາປາສັກ 2012

E-mail Print PDF
IMG_0335
ນາງ​ສາວ ພິດ­ສະ­ໄຫມ ຈັນ­ທະ​ສອນ ມາ​ຈາກ​ວິ­ທະ­ຍາ­ໄລ ການ​ເງິນ​ພາກ​ໃຕ້​ໄດ້​ຄອງ​ຕຳແຫນ່ງ​ນາງ​ສາວ​ຈຳ­ປາ​ສັກ ປະຈຳ­ປີ 2012 ໃນ​ພິ­ທີ​ປະ​ກວດ ນາງ​ສາວ​ຈຳ­ປາ​ສັກ​ທີ່​ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 31 ທັນ­ວາ 2011 ນີ້ ທີ່ໂຮງ­ແຮມ​ຈຳ­ປາ​ແກຣນ ເຊິ່ງ​ໃຫ້ກຽດ​ເປັນ​ປະ­ທານ ແລະ ມອບມຸງ­ກຸດ, ສາຍ​ສະ­ພາຍ​ຂອງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ເລ­ຂາ​ພັກ ແຂວງເຈົ້າ­ແຂວງໆ​ຈຳ­ປາ​ສັກ ພ້ອມ​ພັນ​ລະ​ຍາ ແລະ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ເຈືອງ ສົມ­ບູນ​ຂັນ ຄະ­ນະເລ­ຂາ­ທິ­ການ​ສູນ​ກາງ​ພັກ, ຫົວຫນ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ ສູນ​ກາງ​ພັກ, ມີ​ການ​ນຳ​ຂັ້ນ​ສູງ ຂອງ​ແຂວງ, ນັກ­ທຸ­ລະ­ກິດ​ທັງພາກ​ລັດ ແລະ ເອ­ກະ​ຊົນ, ພໍ່​ແມ່ປະ­ຊາ­ຊົນ​ເຂົ້າ​ຮ່ວມ.

Sounay Phothisane participates ON|OFF event 2011 Jakarta

E-mail Print PDF

epicentrum_walk_onoff_20111228_1933960730

It was a great pleasure for me to represent Laos as a blogger to participate in the ON|OFF event which held in Jakarta, Indonesia Dec 2 – 4, 2011. I had a great experience meeting all those great bloggers, journalists, entrepreneurs, tech enthusiasts, celebrities and Indonesian community. I express my sincerely thanks for the US Embassy in Vientiane for this valuable opportunity.

ເປີດຢ່າງ ເປັນທາງການ ງານມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 10

E-mail Print PDF
ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະກຳ​ລາວ​ຄັ້ງ​ທີ 10 ໄດ້​ເປີດ​ຢ່າງເປັນ​ທາງ​ການ ໃນ​ມື້­ວານ​ນີ້ ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫລວງ​ວຽງ​ຈັນ, ໂດຍການ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ປາ­ນີ ຢາ​ທໍ່​ຕູ້ ກຳ­ມະ­ການ​ກົມການ­ເມືອງ​ສູນ​ກາງ​ພັກປະ­ທານ ສະ­ພາ​ແຫ່ງ​ຊາດ​ລາວ ພ້ອມ​ດ້ວຍເຈົ້າ­ແຂວງ, ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າການ, ປະ­ທານ ສຄອ, ປະ­ທານສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ, ບັນ ດາ​ທຸ​ຕາ​ນຸ​ທູດ ແລະ ນັກ­ທຸ­ລະ­ກິດທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດເຂົ້າ​ຮ່ວມ.

ລາວໃຫ້ການສຶກສາຮໍ່າຮຽນ ກ່ຽວກັບວິທີການປ້ອງກັນໂຣກເອດສ໌ ສໍາລັບແມ່ຍິງຖືພາ ແລະເດັກນ້ອຍ

E-mail Print PDF
ທາງການລາວດໍາເນີນໂຄງການໂຄສະນາເຜີຍແຜ່ ເພື່ອປ້ອງກັນການຕິດເຊື້ອ HIV-AIDS ໃນແມ່ຍິງທີ່ຖືພາ ແລະເດັກນ້ອຍທີ່ເກີດໃໝ່ ເນື່ອງຈາກວ່າແມ່ຍິງລາວຕິດເຊື້ອ HIV- AIDS ເພີ່ມຂຶ້ນເປັນ 45%.

ດາວລຸ້ງລາວ ພອນພະເທບ ພິລາວົງ ເຂົ້າຮອບເທນນິດ PTT Junior

E-mail Print PDF
Vientianehourດາວລຸ້ງລາວ ພອນພະເທບ ພິລາວົງ ຈາກນະຄອນວຽງຈັນ ເອົາຊະນະ ພິມພິດຊາ ຈັດຕະວາພອນວະນິດ ເດັກກຸງເທບ 4-1, 5-3 ຜ່ານເຂົ້າຮອບຄັດເລືອກສຸດທ້າຍ ປະເພດຍິງດ່ຽວອາຍຸບໍ່ເກີນ 14 ປີ ໃນສຶກເທນນິດເຍົາວະຊົນ ພີທີທີ ຈູນເນຍແຊມປ້ຽນຊິບ...

Page 1 of 16

  • «
  •  Start 
  •  Prev 
  •  1 
  •  2 
  •  3 
  •  4 
  •  5 
  •  6 
  •  7 
  •  8 
  •  9 
  •  10 
  •  Next 
  •  End 
  • »