ວຸດທິສັກ ຄລີນິກ ໄດ້ທຸ່ມງົບປະມານ 7,8 ຕື້ກີບ ຫລື 30 ລ້ານກວ່າບາດເປີດສາຂາຕ່າງປະເທດແຫ່ງທຳອິດຂອງບໍລິສັດທີ່ ນະຄອນຫລວງວຽງຈັນ ສປປ ລາວ ພ້ອມຄາດວ່າຈະມີລູກຄ້າມາໃຊ້ບໍລິການບໍ່ຕ່ຳກວ່າ 100 ຄົນຕໍ່ມື້. ພ້ອມວາງແຜນຂະຫຍາຍສາຂາໄປແຂວງອື່ນໆໃນລາວ.
ນັບວ່າເປັນຂ່າວດີຂອງບັນດາຍິງຊາຍທີ່ຮັກຄວາມງາມເພາະໃນມື້ວານ ນີ້ ຄລີນິກຄວາມງາມອັນດັບ 1 ຈາກປະເທດໄທທີ່ມີດາລານັກສະແດງມາໃຊ້ບໍລິການຫລາຍທີ່ສຸດໄດ້ມາ ເປີດໃຫ້ບໍລິການຢູ່ລາວ ດ້ວຍມາດຕະຖານ ແລະ ລາຄາທີ່ເປັນເອກະພາບກັບຢູ່ປະເທດໄທ.
ພິທີເປີດສາຂາຕ່າງປະເທດແຫ່ງທຳອິດຂອງວຸດທິສັກ ຄລີນິກໄດ້ມີຂຶ້ນໃນວັນທີ 14 ກຸມພາ 2011 ທີ່ຕຶກ ITCITY ຂອງບໍລິສັດສະຫຍາມອິນເຕີເນເຊີແນລໂດຍມີທ່ານ ນະກອນ ກອນຫິລັນ ປະທານບໍລິສັດວຸດທິສັກຄລີນິກ ແລະ ທ່ານສະຫຍາມນາມມະສູດ ປະທານບໍລິສັດສະຫຍາມອິນເຕີເນເຊີແນລ ໃຫ້ກຽດກ່າວເປີດງານ.
ໂອກາດນີ້ ທ່ານປະທານບໍລິສັດວຸດທິສັກ ຄລີນິກ ກໍ່ໄດ້ກ່າວ ເປີດໃຈເຖິງສາເຫດທີ່ເລືອກເອົາ ສປປ ລາວ ເປັນບ່ອນເປີດສາຂາຕ່າງປະເທດແຫ່ງທຳອິດພາຍຫລັງທີ່ທ່່ານໄດ້ປະສົບ ຄວາມສຳເລັດທີ່ປະເທດໄທວ່າ: ຍ້ອນປະເທດລາວເປັນປະເທດທີ່ສະຫງົບສຸກຫນ້າຢູ່ ແລະ ປະຊາຊົນກໍ່ມີນ້ຳໃຈ. ອີກສາເຫດຫນຶ່ງກໍ່ຍ້ອນໄດ້ຄວາມຮ່ວມມືທີ່ດີຈາກບໍລິສັດສະຫຍາມ ອິນເຕີເນເຊີແນລ.
ນອກຈາກນີ້ ທ່ານຍັງໄດ້ກ່າວໃຫ້ຮູ້ອີກວ່າ: ຈະມີການຂະຫຍາຍສາຂາອອກໄປທົ່ວປະເທດລາວ ພາຍໃນທ້າຍປີ 2011 ນີ້ ພ້ອມກັນນີ້ ທ່ານ ນະກອນ ກໍ່ຍັງໄດ້ກ່າວຮັບປະກັນອີກວ່າ ການບໍລິການໃນລາວນີ້ແມ່ນການບໍລິການມາດຕະຖານ ແລະ ລາຄາດຽວກັນກັບການບໍລິການທີ່ປະເທດໄທ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







