ລໍຖ້າເບິ່ງ ໂຄງການ ໄຟຟ້າ ຂະຫນາດ ໃຫຍ່ເກີດຂຶ້ນ ອີກແຫ່ງ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Investment ລໍຖ້າເບິ່ງ ໂຄງການ ໄຟຟ້າ ຂະຫນາດ ໃຫຍ່ເກີດຂຶ້ນ ອີກແຫ່ງ

ລໍຖ້າເບິ່ງ ໂຄງການ ໄຟຟ້າ ຂະຫນາດ ໃຫຍ່ເກີດຂຶ້ນ ອີກແຫ່ງ

E-mail Print PDF
ໂຄງການໄຟຟ້າພະ ລັງນ້ຳເຊປຽນŒ ເຊນ້ຳນ້ອຍທີ່ ມີການລົງທຶນ ສູງເຖິງ 800 ກວ່າລ້ານ ໂດລາສະຫະລັດ ດ້ວຍກໍາລັງ ການຜະລິດ 390 ເມກາວັດ ພວມເປັນທີ່ສົນໃຈ ແລະ ຈັບຕາຂອງສັງຄົມ ເມື່ອ ກຟຜ ໄດ້ລົງນາມຮັບຊື້ກະແສ ໄຟຟ້າທີ່ຜະລິດໄດ້ທັງ ຫມົດຈາກໂຄງການ ດັ່ງກ່າວ ເພື່ອເພີ່ມຄວາມຫມັ້ນຄົງໃຫ້ລະບົບໄຟຟ້າຂອງໄທ; ຂະນະທີ່ຜູ້ລົງທຶນຄາດວ່າ ໂຄງການຈະເປັນຮູບປະທຳຕາມກຳນົດ ພ້ອມ ສົ່ງຈຳຫນ່າຍໄດ້ໃນປີ 2018.

ການເຊັນສັນຍາຮັບຊື້ກະແສໄຟຟ້າໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ ໂດຍການຮ່ວມລົງນາມຂອງທ່ານ ສຸທັດ ປະທຳສີລິວັດ ຜູ້ວ່າ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ແລະ ທ່ານ ນົບພົນ ມິລິນທາງກູນ ກຳມະການຜູ້ຈັດການໃຫຍ່ບໍລິສັດຜະລິດໄຟຟ້າ ຣາດຊບຸລີໂຮດິງ ຈຳກັດ ເຊິ່ງໃຫ້ກຽດເປັນສັກຂີພິຍານຂອງທ່ານ ໄຊປະເສີດ ພົມສຸພາ ຫົວຫນ້າກົມພັດທະນາ ແລະ ສົ່ງເສີມພະລັງ ງານ ກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານຜູ້ວ່າການ ກຟຜ ແຫ່ງປະເທດໄທ ໄດ້ກ່າວໃຫ້ຮູ້ວ່າ: ໂຄງການໄຟຟ້າພະລັງນ້ຳເຊປຽນŒເຊນ້ຳນ້ອຍມີຂະຫນາດກຳລັງການຜະ ລິດປະມານ 390 ເມກາວັດ ເຊິ່ງໄດ້ຮັບອະນຸຍາດສໍາປະທານນໍາລັດຖະບານ ພາຍໃຕ້ການຕົກລົງຮ່ວມມືໃນການພັດທະນາພະລັງງານ ໄຟຟ້າລະຫວ່າງລາວ ແລະໄທ ໂດຍຈະຜະລິດຈຳຫນ່າຍໃຫ້ແກ່ ກຟຜ ໃນອາຍຸສຳປະທານ 27 ປີແລະມີກຳນົດເດີນຈັກໃນປີ 2018.

ດ້ານທ່ານກຳມະການຜູ້ຈັດການໃຫຍ່ບໍລິສັດຜະລິດໄຟຟ້າຣາດຊບຸລີໂຮດິງ ຈຳກັດ (ບຈມ) ໄດ້ເປີດເຜີຍໃຫ້ຮູ້ວ່າ: ໂຄງການໄຟຟ້າ ພະລັງນ້ຳເຊປຽນŒເຊນ້ຳນ້ອຍທີ່ມີມູນຄ່າການລົງທຶນ ປະມານ 877 ລ້ານໂດລາສະຫະລັດ, ຕັ້ງຢູ່ໃນແຂວງອັດຕະປື ແລະຈຳປາສັກນັບ ເປັນໂຄງການໄຟຟ້າຂະຫນາດໃຫຍ່ແຫ່ງທີ 4 ໃນລາວ ທີ່ບໍລິສັດໄດ້ຮ່ວມລົງທຶນຕໍ່ຈາກນ້ຳງື່ມ 2 ແລະ3, ລວມທັງໂຮງງານໄຟຟ້າຫົງ ສາ.

ການລົງທຶນນີ້ ຖືວ່າເປັນຄວາມກ້າວຫນ້າອີກຂັ້ນໃນການພັດທະນາບັນດາໂຄງການດັ່ງກ່າວ, ສຳລັບໂຄງການໃຫມ່ນີ້ ບໍລິສັດໄດ້ຖື ຮຸ້ນ 25%, ພວກເຮົາຫມັ້ນໃຈວ່າໂຄງການຈະສຳເລັດແລະສາມາດຜະລິດໄຟຟ້າສະຫນອງໄດ້ຕາມກຳນົດທີ່ວາງໄວ້ໃນປີ 2018 ໂດຍ ໂຄງການບໍ່ພຽງແຕ່ຈະຊ່ວຍເພີ່ມຄວາມຫມັ້ນຄົງໃຫ້ລະບົບໄຟຟ້າຂອງໄທເທົ່ານັ້ນ ແຕ່ຍັງຈະເປັນປະໂຫຍດທາງດ້ານເສດຖະກິດŒສັງຄົມ ຂອງ ສປປ ລາວ, ພ້ອມທັງຊ່ວຍຫລຸດການໃຊ້ເຊື້ອໄຟຟອສຊິນທີ່ກໍ່ໃຫ້ເກີດພາວະໂລກຮ້ອນອີກນຳ, ທ່ານນົບພົນມິລິນທາງກູນ ກ່າວ.

ໂຄງການເຂື່ອນໄຟຟ້າພະລັງງານນ້ຳເຊປຽນŒເຊນ້ຳນ້ອຍເປັນໂຄງການຮ່ວມທຶນລະຫວ່າງບໍລິສັດຜະລິດໄຟຟ້າຣາດຊບຸລີ ໂຮດິງຈຳ ກັດ ເຊິ່ງຖືຮຸ້ນຢູ່ 25%, ສ່ວນບໍລິສັດ SK Engineering and Construction ຈຳກັດມີຮຸ້ນ 26%, ກຸ່ມບໍລິສັດ Korea Weatern Power ຖືຮຸ້ນ 25% ສ່ວນທີ່ ເຫລືອ 24% ແມ່ນຂອງລັດວິສາຫະກິດຖືຮຸ້ນລາວ.

ບໍລິສັດຜະລິດໄຟຟ້າຣາດຊບຸລີໂຮດິງ ຈຳກັດ ໄດ້ກໍ່ຕັ້ງຂຶ້ນໃນເດືອນມີນາ ປີ 2000 ເພື່ອລົງທຶນດຳເນີນທຸລະກິດໄຟຟ້າ, ທຸລະກິດ ພະລັງງານທົດແທນ ແລະທຸລະກິດອື່ນໆທີ່ກ່ຽວຂ້ອງກັບການ

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: