ການຜະລິດກະສິກຳເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມແຂວງສະຫວັນນະເຂດຂະຫຍາຍການຜະລິດເປັນສິນຄ້າປະຊາຊົນ ພໍໃຈຕໍ່ລາຍໄດ້ຈາກການຜະລິດ ເຮັດໃຫ້ນັກລົງທຶນທັງໃນ ແລະ ຕ່າງປະເທດຈັບຕາທີ່ຈະເຂົ້າມາສ້າງຕັ້ງໂຮງງານອຸດສາຫະກຳທັນ ສະໄຫມຂຶ້ນໃຫມ່ຫລາຍແຫ່ງ.
ຕາມການລາຍງານຂອງສະ ຫາຍ ວິໄລວັນ ພົມເຂ ເລຂາພັກ ຄະນະບໍລິຫານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ຕໍ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ເມື່ອຕອນບ່າຍວັນທີ 17 ມີນາຜ່ານມານີ້ ໃຫ້ຮູ້ວ່າ: ການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບອຸດສາຫະກຳປຸງແຕ່ງ ຕາມທິດຫັນເປັນອຸດສາຫະກຳ ແລະທັນສະໄຫມໃນປະຈຸບັນທົ່ວແຂວງສະຫວັນນະເຂດ ມີການຂະຫຍາຍຕົວຢ່າງກວ້າງຂວາງລົງເຖິງຂັ້ນບ້ານ ແລະກຸ່ມບ້ານຈົນກາຍເປັນຂະບວນ; ອັນພົ້ນເດັ່ນແມ່ນເນື້ອທີ່ທຳການຜະລິດທົ່ວແຂວງມີການຂະຫຍາຍຕົວ ເຊັ່ນ: ໃນປີ 2005 ເນື້ອ ທີ່ນາປີມີ 137 ພັນກວ່າເຮັກຕາ ແລະ ນາແຊງ 25 ພັນກວ່າເຮັກຕາ ມາຮອດປີ 2010 ມີເນື້ອທີ່ນາປີເຖິງ 160 ພັນກວ່າເຮັກຕາ ແລະ ນາແຊງ 29 ພັນກວ່າເຮັກຕາຜົນຜະລິດເຂົ້າສະເລ່ຍໃສ່ຫົວຄົນໄດ້ 716 ກິໂລກຣາມ ຕໍ່ຄົນ ແລະ ພ້ອມດຽວກັນນີ້ ກໍ່ມີເນື້ອທີ່ປູກອ້ອຍຂອງ 2 ບໍລິສັດຜູ້ລົງທຶນ 15 ພັນກວ່າເຮັກຕາ ໂດຍການເຂົ້າຮ່ວມຂອງປະຊາຊົນແບບ 2+3 ມີເນື້ອທີ່ປູກ 3 ພັນກວ່າເຮັກຕາ ປູກໄມ້ວິກຂອງບໍລິສັດ 21 ພັນກວ່າເຮັກຕາ, ເນື້ອທີ່ປະຊາຊົນເຂົ້າຮ່ວມ 2+3 ມີ 7 ພັນກວ່າເຮັກຕາ, ປູກຢາງພາລາ 8 ພັນກວ່າເຮັກຕາປະຊາຊົນເຂົ້າ ຮ່ວມ 2+3 ມີ 1 ພັນກວ່າ ເຮັກຕາ, ມັນຕົ້ນມີ 6 ຮ້ອຍກວ່າເຮັກຕາ (ບໍລິສັດຍັງບໍ່ທັນໄດ້ສົ່ງເສີມປະຊາຊົນປູກ 2+3), ການປູກຢາສູບຂອງປະຊາຊົນມີ 1 ພັນກວ່າເຮັກຕາ ນອກຈາກ ນີ້ ຍັງມີການລ້ຽງຫມູ, ງົວ, ຄວາຍເປັນຟາມ ແລະ ປູກຫມາກເລັ່ນ ແລະ ພືດຜັກອື່ນໆເປັນສິນຄ້າ 18 ພັນກວ່າເຮັກຕາ.
ແນວໃດກໍ່ຕາມ ທ່ານເລຂາພັກຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ ຍອມຮັບວ່າ: ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເບື້ອງຕົ້ນເຫັນວ່າພົບຄວາມຫຍຸ້ງຍາກຫລາຍປະການ ເນື່ອງຈາກປະຊາຊົນບໍ່ມີປະສົບການເຮັດການຜະລິດແບບຂະຫນາດໃຫຍ່ ເປັນຕົ້ນແມ່ນບໍ່ເຄີຍປູກພືດຈຳນວນຫລາຍຮ້ອຍເຮັກຕາ ຫາກເຄີຍພຽງແຕ່ປູກເພື່ອກຸ້ມກິນ, ຮັບໃຊ້ສະເພາະພາຍໃນຄອບຄົວ ແລະ ມີສ່ວນເຫລືອຫນ້ອຍຫນຶ່ງຂາຍອອກເທົ່ານັ້ນ, ເຂົາເຈົ້າບໍ່ທັນໂລ່ງໃຈຄວາມລະແວງສົງໃສໃນຮູບການລົງທຶນຂອງ ຕ່າງປະເທດ, ການປຸກລະດົມນຳໃຊ້ ເຕັກນິກສະໄຫມໃຫມ່ເຂົ້າໃນການຜະລິດແມ່ນມີຄວາມຫຍຸ້ງຍາກຫລາຍ ຍ້ອນການປູກພືດຜ່ານມາ ອາໄສທຳມະຊາດເປັນຫລັກ, ການອອກແຮງງານບໍ່ເຕັມເມັດ ແຕ່ຜັດຕ້ອງການຄ່າຕອບແທນສູງ ເຊິ່ງເປັນບັນຫາຫນຶ່ງທີ່ກໍ່ໃຫ້ເກີດຄວາມຂັດແຍ່ງລະຫວ່າງຜູ້ ອອກແຮງງານກັບບໍລິສັດຜູ້ລົງທຶນໄປ ພ້ອມກັນນີ້ກໍ່ຍັງມີກຸ່ມຄົນບໍ່ດີຈຳນວນຫນຶ່ງຍຸແຍ່ປະຊາຊົນ ສ້າງຄວາມສັບສົນໃຫ້ ແກ່ພາກລັດ ແລະ ບໍລິສັດເປັນຕົ້ນບັນຫາຂໍ້ຂັດແຍ່ງທາງທີ່ດິນທີ່ບໍ່ຖືກ ລະບຽບການ.
ຢ່າງໃດກໍ່ດີ ເມື່ອເກີດມີບັນຫາຄືແນວນີ້ທາງແຂວງ ໂດຍອີງຕາມການຊີ້ນຳຂອງກົມການເມືອງສູນກາງພັກ ແລະ ລັດຖະບານໄດ້ສືບຕໍ່ເອົາພະນັກງານລົງກໍ່ສ້າງຮາກຖານຢູ່ບ້ານ ແລະ ກຸ່ມບ້ານຢ່າງລຽນຕິດໂຄສະນາເຜີຍແຜ່ປຸກລະດົມປະຊາຊົນແລະບໍລິສັດ ຜູ້ລົງທຶນໃຫ້ເຂົ້າຢ່າງເລິກ ເຊິ່ງຕໍ່ແນວທາງນະໂຍບາຍຂອງພັກລັດກ່ຽວກັບການລົບລ້າງຄວາມທຸກຍາກ ຢ່າງຕໍ່ເນື່ອງ ເຮັດໃຫ້ສະພາບການ ແລະ ບັນດາຄວາມຫຍຸ້ງຍາກຄ່ອຍໆຫລຸດລົງເທື່ອລະກ້າວໃນປີ 2007 ອັນສຳຄັນແມ່ນປະຊາຊົນມີຄວາມເບີກບານມ່ວນຊື່ນຕໍ່ຫມາກຜົນຂອງການ ຜະລິດ ແລະລາຍ ໄດ້ທີ່ໄດ້ຮັບຈາກການຂາຍຜະລິດຕະພັນກະສິກຳເປັນວັດຖຸດິບປ້ອນ ໂຮງງານອຸດສາຫະກຳ.
ຈາກຄວາມກະຕືລືລົ້ນຂອງ ຊາຊົນໃນການຜະລິດກະສິກຳປ້ອນໂຮງງານເພີ່ມຂຶ້ນທາງບໍລິສັດຜູ້ ລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ມີຄວາມສົນໃຈສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງທີ່ ທັນສະໄຫມຂຶ້ນໃຫມ່ຫລາຍແຫ່ງ ອັນພົ້ນເດັ່ນແມ່ນໂຮງງານຜະລິດນ້ຳຕານຊາຍສຳເລັດຮູບ 2 ແຫ່ງ ທີ່ຈະນຳເອົາວິທີການການຜະລິດທີ່ທັນສະໄຫມປຸງແຕ່ງອ້ອຍເປັນ ນ້ຳຕານຊາຍສຳເລັດຮູບ ສົ່ງຈຳຫນ່າຍໄປຕະຫລາດຕ່າງປະເທດ ມີກຳລັງການຜະລິດສາມແສນຫາຫ້າແສນໂຕນຕໍ່ປີ (ຜົນຜະລິດຜ່ານມາໄດ້ 381.000 ໂຕນ) ໂຮງງານຜະລິດສາຍໄຟທອງແດງ ໂດຍນຳໃຊ້ທອງແດງທີ່ຜະລິດໄດ້ຈາກໂຄງການຂຸດຄົ້ນບໍ່ຄຳທອງແດງ ເມືອງວິລະບູລີມາປຸງແຕ່ງເປັນສາຍໄຟຟ້າສົ່ງອອກ ແລະ ໃນມໍ່ໆນີ້ ກຳລັງກໍ່ສ້າງໂຮງງານອຸດສາຫະກຳທັນສະໄຫມຂະຫນາດໃຫຍ່ ເພື່ອປຸງແຕ່ງຜະລິດຕະພັນໄມ້ວິກເປັນໃຍສັງເຄາະ ແລະ ຜະລິດເຈ້ຍຂອງນັກລົງທຶນຕ່າງປະເທດ 2 ແຫ່ງຈາກຈີນ ແລະ ອິນເດຍ, ໂຮງງານປຸງແຕ່ງມັນຕົ້ນ, ປຸງແຕ່ງກົ່ວສົ່ງອອກ, ປຸງແຕ່ງຫີນກາວ, ໂຮງງານຜະລິດເຄື່ອງອາໄຫລ່ຍົນໂບອິງ, ໂຮງງານປະກອບລົດຈັກ ແລະ ລົດໂອໂຕ, ໂຮງງານຜະລິດເຄື່ອງປະກອບກ້ອງຖ່າຍຮູບ (ແຄນນອນ), ໂຮງ ງານສະບູຝຸ່ນຊີວະພາບ 2 ແຫ່ງ, ໂຮງງານຜະລິດເຫລັກເສັ້ນເຫລັກຮູບປະພັນ, ໂຮງງານເບຍສະຫວັນແລະນ້ຳດື່ມ, ໂຮງງານຖົງຢາງປຣາສະຕິກ ແລະໂຮງງານສີເຂົ້າທັນສະໄຫມ ໂດຍ ລວມທັງຫມົດທົ່ວແຂວງມີໂຮງງານປຸງແຕ່ງທັງຫມົດ 2 ພັນກວ່າແຫ່ງ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







