ຮົງກາລີ ຈະໃຫ້ເງິນ ກູ້ຢືມບໍ່ມີດອກເບ້ຍ 40 ລ້ານໂດລາແກ່ລາວ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Investment ຮົງກາລີ ຈະໃຫ້ເງິນ ກູ້ຢືມບໍ່ມີດອກເບ້ຍ 40 ລ້ານໂດລາແກ່ລາວ

ຮົງກາລີ ຈະໃຫ້ເງິນ ກູ້ຢືມບໍ່ມີດອກເບ້ຍ 40 ລ້ານໂດລາແກ່ລາວ

E-mail Print PDF

ຕອນ​ບ່າຍ​ວານ​ນີ້ ທີ່​ກະຊວງ​ການ​ຕ່າງ­ປະ­ເທດ, ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ການ​ຕ່າງ­ປະ­ເທດໄດ້​ຮັບ​ການ​ເຂົ້າ​ຢ້ຽມ​ ຂ່ຳ­ນັບ​ຂອງ ທ່ານ Balazs Botos ລັດ​ຖະມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ເສດຖະ​ກິດ​ແຫ່ງ​ຊາດ ສ.ຮົງ​ກາ­ລີ ເນື່ອງ​ໃນ​ໂອ­ກາດ​ເດີນ­ທາງ​ມາຢ້ຽມ­ຢາມ​ລາວ​ໃນ​ລະ­ຫວ່າງ​ວັນ​ທີ 4Œ6 ເມ­ສາ 2011.

ໃນ​ການ​ໂອ້​ລົມສົນ­ທະ­ນາ​ສອງ​ຝ່າຍ​ໄດ້​ສະແດງ​ຄວາມ​ເພິ່ງ​ພໍ­ໃຈ​ຕໍ່​ການ​ ພົວພັນ ແລະ ຮ່ວມ​ມື​ລະ­ຫວ່າງ ສປປ ລາວ ແລະ ສາ­ທາ­ລະ­ນະລັດ ຮົງ​ກາ­ລີ ໃນ​ຂອບ​ສອງ​ຝ່າຍກໍ່​ຄື​ໃນ​ເວ­ທີ​ສາ­ ກົນ, ທ່ານ Botos ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວກັບ​ຜົນ­ສຳ­ເລັດ​ຂອງ​ການ​ຮ່ວມມື​ສອງ​ຝ່າຍ ໂດຍ​ສະ­ເພາະ​ແມ່ນການ​ຮ່ວມ​ມື​ທາງ​ດ້ານ​ກະ­ສິ­ກຳ, ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ ຮົງ​ກາ­ລີ ໄດ້​ໃຫ້​ເງິນ​ກູ້​ບໍ່​ມີ​ດອກ​ເບ້ຍ​ແກ່ລາວ ມູນ​ຄ່າ 8,6 ລ້ານ​ໂດ​ລາສະ­ຫະ­ລັດ ແລະໃນ​ໂອ­ກາດຢ້ຽມ­ຢາມ​ລາວ​ຄັ້ງ​ນີ້, ສອງ​ຝ່າຍກໍ່​ໄດ້​ຕົກ­ລົງ​ທີ່​ຈະ​ເຊັນ​ສັນ­ຍາຂອບ​ການ​ຮ່ວມ​ມື​ດ້ານ​ການ​ ເງິນນຳ​ກັນ​ຢູ່​ຮົງ​ກາ­ລີໃນ​ອະ ­ນາ­ຄົດອັນ​ໃກ້​ນີ້ ເຊິ່ງ​ລັດ­ຖະ­ບານ​ຮົງ​ກາລີ ຈະ​ໃຫ້​ເງິນ​ກູ້​ຢືມ​ໂດຍ​ບໍ່​ມີ​ດອກເບ້ຍ​ແກ່​ລາວ​ຕື່ມ​ອີກ ເປັນ​ມູນ​ຄ່າ 40 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນກຳ­ນົດ 18 ປີ ເພື່ອ​ນຳ​ໃຊ້​ເຂົ້າໃນ​ການ​ພັດ­ທະ­ນາ​ຂະ­ແຫນງ​ກະສິ​ກຳ​ຂອງ​ລາວ ເມື່ອ​ໃດ​ສອງຝ່າຍ​ໄດ້​ສຳ­ເລັດ​ຂັ້ນ​ຕອນ​ຕ່າງໆ ທາງ​ດ້ານ​ກົດ­ຫມາຍ, ພ້ອມ​ກັນນັ້ນ ກໍ່​ໄດ້​ປຶກ­ສາ​ຫາ­ລື ເຖິງ​ຄວາມເປັນ​ໄປ​ໄດ້​ໃນ​ການ​ເສີມ​ຂະ­ຫຍາຍການ​ຮ່ວມ​ມື​ໃນ​ດ້ານ​ອື່ນໆ ເປັນຕົ້ນແມ່ນ​ສາ­ທາ­ລະ­ນະ​ສຸກ, ການສຶກ​ສາ ແລະ ທ່ອງ​ທ່ຽວ.

ໃນ​ໂອ­ກາດ​ນີ້ ທ່ານ​ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ກໍ່ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ ຕໍ່​ການຊ່ວຍ­ເຫລືອ​ອັນ​ໃຫຍ່​ຫລວງ ແລະມີ​ປະ​ສິດ­ທິ​ຜົນ​ດັ່ງ­ກ່າວ​ ຂອງ​ລັດ​ຖະບານ​ຮົງ​ກາ­ລີ ອັນ​ເປັນ​ການ​ປະກອບ​ສ່ວນ​ທີ່​ສຳ­ຄັນ​ເຂົ້າ​ໃນ​ການສ້າງ­ສາ​ພັດ­ທະ­ນາ​ຢູ່​ ສປປ ລາວ ເປັນ­ຕົ້ນ​ແມ່ນ​ທາງ​ດ້ານ​ກະ­ສິ­ກຳ; ພ້ອມ​ກັນ​ນີ້ ທ່ານ​ກໍ່​ໄດ້​ສະ­ແດງຄວາມ​ຊົມ­ເຊີຍ​ຕໍ່​ລັດ­ຖະ­ບານ​ຮົງກາ­ລີ ທີ່​ໄດ້​ຮັບ​ກຽດ​ເປັນ​ປະ­ທານ ASEM ໃນ​ປີ 2011 ນີ້ ແລະ ອວຍ­ພອນ​ໃຫ້​ກອງ​ປະ­ຊຸມ​ລະ­ດັບລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ ASEM ທີ່​ຈະ​ຈັດ​ຂຶ້ນ​ຢູ່ບູ​ດາ ແປສ໌ ໃນ​ເດືອນ​ມິ­ຖຸ­ນາ​ນີ້ ຈົ່ງ​ປະສົບ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ.

ພາບແລະເນື້ອຂ່າວຈາກ
 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: