ເອດີບີໃຫ້ ທຶນອີກ 55 ລ້ານໂດລາ ປັບປຸງ 3 ໂຄງການໃຫຍ່ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Investment ເອດີບີໃຫ້ ທຶນອີກ 55 ລ້ານໂດລາ ປັບປຸງ 3 ໂຄງການໃຫຍ່

ເອດີບີໃຫ້ ທຶນອີກ 55 ລ້ານໂດລາ ປັບປຸງ 3 ໂຄງການໃຫຍ່

E-mail Print PDF
ທະນາຄານພັດທະນາອາຊີ (ເອດີບີ) ສືບຕໍ່ໃຫ້ການຊ່ວຍເຫລືອລ້າແກ່ລາວຈຳນວນ 55 ລ້ານໂດລາສະຫະລັດ ເຊິ່ງຈະນຳໃຊ້ເຂົ້າໃນ ການປັບປຸງພັດທະນາ 3 ໂຄງການໃຫຍ່ຂອງລັດຖະບານ ໂດຍມີໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2 ປັບປຸງຕາຫນ່າງຂົນສົ່ງຕອນ ເຫນືອ ແລະ ພັດທະນາໂຄງລ່າງຊົນນະບົດພາກເຫນືອ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກີດມີປະສິດທິຜົນ.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງການເງິນກ່າວວ່າ: ນັບແຕ່ປີ 2005 ເປັນຕົ້ນມາລັດຖະບານໄດ້ຈັດຕັ້ງປະຕິບັດໂຄງ ການຄວບຄຸມພະຍາດຕິດຕໍ່ຮ່ວມກັບປະເທດເພື່ອນບ້ານໃນອະນຸພາກພື້ນແມ່ນ້ຳຂອງ ເພື່ອສ້າງລະບົບເຝົ້າລະວັງ ແລະ ຄວບຄຸມການແພ່ ລະບາດຂອງພະຍາດຕິດຕໍ່ຕາມເຂດຊາຍແດນ, ປັບປຸງຄຸນນະພາບລະບົບການບໍລິການດ້ານສາທາລະນະສຸກ, ສ້າງຂີດຄວາມສາມາດ ການກະກຽມຄວາມພ້ອມໃນການປ້ອງກັນຊຸມຊົນ, ສະກັດກັ້ນການແພ່ລາມຂອງພະຍາດໄດ້ຢ່າງທັນເວລາ ແລະ ມີປະສິດທິຜົນ.

ເພື່ອສືບຕໍ່ຜັນຂະຫຍາຍບັນດາວຽກງານຂອງໂຄງການ ເອດີບີຈິ່ງອະນຸມັດທຶນຊ່ວຍເຫລືອລ້າເພີ່ມຈຳນວນ 12 ລ້ານໂດລາສະຫະລັດ ເຂົ້າໃນໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2 ໂດຍຈະສຸມໃສ່ການເພີ່ມທະວີເຝົ້າລະວັງ ໃນຂອບເຂດທົ່ວປະເທດ, ພ້ອມນັ້ນ ຍັງສະ ຫນອງທຶນ 20 ລ້ານໂດລາສະຫະລັດ ເພື່ອດຳເນີນການກໍ່ສ້າງ ແລະປັບປຸງເສັ້ນທາງຢູ່ແຂວງຫົວພັນ ໃຫ້ກາຍເປັນແລວທາງເສດຖະກິດ ລະຫວ່າງ ສປປ ລາວກັບ ສສ ຫວຽດນາມ ເຊິ່ງຈະເຮັດໃຫ້ພາກເຫນືອຂອງລາວມີທາງອອກສູ່ທະເລ; ນອກນັ້ນຍັງໄດ້ໃຫ້ທຶນ 23 ລ້ານ ໂດລາສະຫະລັດ ແກ່ໂຄງການພັດທະນາໂຄງລ່າງຊົນນະບົດພາກເຫນືອທີ່ຈະເປັນການຍົກລະດັບຜະລິດຕະພັນ ແລະ ການເຂົ້າເຖິງຕະ ຫລາດ ລວມທັງການສ້າງຄວາມຮູ້ໃຫມ່ພ້ອມຊ່ວຍໃຫ້ປະຊາຊົນຮູ້ໃນປັດໄຈການຜະລິດໄດ້ງ່າຍ.

ພິທີເຊັນສັນຍາຊ່ວຍເຫລືອລ້າດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 8 ທັນວາ 2010 ທີ່ກະຊວງການເງິນລະຫວ່າງທ່ານ ສົມ ດີ ດວງດີ ລັດຖະມົນຕີວ່າການກະຊວງການເງິນ ແລະ ທ່ານ ຮາຣູຮີໂກະ ກູໂຣດະ ປະທານທະນາຄານພັດທະນາອາຊີ, ໂດຍມີພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: