ທ່ານ ດຣ. ສີສະຫລຽວ ສະແຫວງສຶກສາປະທານສະພາບໍລິຫານກອງທຶນສະຫະກອນສິນເຊື່ອເປີດເຜີຍຕໍ່ທີມຂ່າວເສດຖະກິດສັງ ຄົມວ່າ: ປະຈຸບັນ ກອງທຶນໄດ້ເລ່ງສ້າງຄວາມເຂັ້ມແຂງໃຫ້ແຕ່ລະສາຂາສາມາດແຂ່ງຂັນໄດ້ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ ພ້ອມກັບປັບຍຸດທະສາດດ້ວຍການຫັນໄປສູ່ການສະຫນອງສິນເຊື່ອໃຫ້ກັບທຸລະກິດຂະຫນາດນ້ອຍ ແລະ ກາງຫລາຍຂຶ້ນ ລວມທັງບໍລິ ການຮັບຝາກຈາກສັງຄົມ.
ທ່ານ ກ່າວຕື່ມວ່າ: ກອງທຶນສະຫະກອນສ້າງຂຶ້ນໃນປີ 1996 ທ່າມກາງທີ່ສັງຄົມຍັງມີສອງລະບົບການເງິນຄື: ການເງິນໃນລະບົບ (ທະນາຄານ) ແລະ ການເງິນນອກລະບົບຂອງຕະຫລາດ ທົ່ວໄປທີ່ອັດຕາດອກເບ້ຍສູງ ແຕ່ສັງຄົມກໍ່ຍັງເຂົ້າຫາ. ຜ່ານການສຶກສາຢ່າງ ລະອຽດເຫັນວ່າໃນເວລານັ້ນ ປະຊາຊົນບໍ່ກ້າເຂົ້າໄປໃຊ້ບໍລິການຢູ່ທະນາຄານ ນອກນັ້ນ ທະນາຄານກໍ່ມີຂໍ້ກຳນົດລະບຽບກົດຫມາຍ ຈິ່ງ ຕັດສິນໃຈສ້າງຕັ້ງກອງທຶນສະຫະກອນສິນເຊື່ອຂຶ້ນ ເພື່ອເປັນຂົວຕໍ່ລະຫວ່າງປະຊາຊົນກັບທະນາຄານ ຊ່ວຍໃຫ້ປະຊາຊົນເຂົ້າຫາແຫລ່ງ ທຶນເພື່ອໄປທຳມາຄ້າຂາຍໄດ້ງ່າຍຂຶ້ນ ເຊິ່ງຖືເປັນການເງິນຈຸລະພາກແຫ່ງທຳອິດຂອງປະເທດ.
ຢ່າງໃດກໍ່ຕາມ ຕະຫລອດໄລຍະ 14 ປີຜ່ານມາ ກອງທຶນສະຫະກອນມີຄວາມພະຍາຍາມຢ່າງຫນັກໃນການສະຫນອງເງິນທຶນພ້ອມ ກັບຖ່າຍທອດຄວາມຮູ້ຄວາມສາມາດໃນການບໍລິຫານຈັດການທຸລະກິດຂອງຕົນ ເພື່ອໃຫ້ສາມາດດຳເນີນກິດຈະການໄດ້ຢ່າງມີປະສິດທິ ຜົນ, ແນວໃດກໍ່ດີ ດ້ວຍເປົ້າຫມາຍໄດ້ສຸມໃສ່ປະຊາຊົນຜູ້ທຸກຍາກຫ່າງໄກສອກຫລີກ ເຮັດໃຫ້ມີຄວາມຫຍຸ້ງຍາກພໍສົມຄວນກ່ອນເຂົາເຈົ້າ ຈະເຂົ້າໃນເຖິງການຄ້າຂາຍ, ທຸລະກິດບໍລິການຕ່າງໆ, ທ່ານປະທານສະພາບໍລິຫານ ກ່າວ.
ປະຈຸບັນ ສະຫະກອນສິນເຊື່ອມີ 11 ຫນ່ວຍບໍລິການ, 1 ສຳນັກງານໃຫຍ່ທີ່ນອນໃນ 8 ແຂວງຂອງປະເທດ, ສ່ວນໃຫຍ່ແມ່ນຕັ້ງຢູ່ ໃນຈຸດທີ່ທະນາຄານໄປບໍ່ເຖິງ, ມີສະມາຊິກບໍ່ຕ່ຳກວ່າ 3.000 ຄົນ. ປະຈຸບັນກອງທຶນສະຫະກອນສິນເຊື່ອພວມຫັນໄປສູ່ການບໍລິການຮັບ ຝາກຈາກສັງຄົມທົ່ວໄປ ເຊິ່ງກ່ອນຫນ້ານີ້ຮັບພຽງເງິນຝາກຂອງສະມາຊິກ ພ້ອມກັບການຫັນໄປສູ່ການປ່ອຍກູ້ໃນຂະແຫນງທຸລະກິດຂະ ຫນາດນ້ອຍ ແລະ ກາງທັງນີ້ ກໍ່ເພື່ອເຮັດໃຫ້ການບໍລິການມີຄວາມກວ້າງຂວາງຂຶ້ນ ແລະ ເປັນທີ່ຍອມຮັບຂອງສັງຄົມຫລາຍກວ່າເກົ່າ, ທ່ານ ດຣ. ສີສະຫລຽວ ກ່າວ.
ທ່ານກ່າວເນັ້ນທ້າຍວ່າ: ພວກເຮົາພູມໃຈທີ່ເປັນສ່ວນຫນຶ່ງໃນການພັດທະນາເສດຖະກິດຄອບຄົວຂອງປະຊາຊົນ ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກເຖິງວ່າ ຕະຫລອດໄລຍະຜ່ານມາຈະມີຄວາມຫຍຸ້ງຍາກຫລາຍປະການ ແຕ່ພວກເຮົາກໍ່ພ້ອມທີ່ຈະກ້າວໄປຂ້າງຫນ້າ ແລະຄຽງຄູ່ກັບປະຊາຊົນຜູ້ທີ່ຕ້ອງການແຫລ່ງທຶນໃນການສ້າງຄວາມກ້າວຫນ້າໃຫ້ກັບຄອບຄົວ ແລະຮຽກຮ້ອງໃຫ້ປະຊາຊົນຈົ່ງເຊື່ອຫມັ້ນ ໃນສິ່ງທີ່ຕົນເຮັດຖ້າກູ້ເງິນເພື່ອການຄ້າ ກໍ່ເຊື່ອວ່າມັນຈະແຕກດອກອອກຜົນ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







