ຄະນະກຳມະການຄຸ້ມຄອງຫລັກຊັບລາວ ແລະ ຕະຫລາດຫລັກຊັບ (ຄຕລ) ຮ່ວມກັບອົງ ການການເງິນສາກົນໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຄຸ້ມຄອງບໍລິຫານກິດຈະການໃຫ້ແກ່ນັກວິຊາການສຳນັກງານ ຄລຕ ແລະ ພະນັກງານລັດ, ເອກະຊົນ ທັງນີ້ ກໍ່ເພື່ອເສີມສ້າງຄວາມອາດສາມາດໃນການເຄື່ອນໄຫວວຽກງານຕະຫລາດທຶນຢູ່ລາວ.
ການຝຶກອົບຮົມມີຂຶ້ນວານນີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານເຂົ້າຮ່ວມຂອງທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຫົວຫນ້າສຳນັກງານ ຄລຕ, ທ່ານ ອາມີລີອ໋ອດສ໌ ຮາຈິນິໂກລາອູ ຫົວຫນ້າອົງການການເງິນສາກົນປະຈຳ ສປປ ລາວ ເຊິ່ງມີນັກສຳມະນາກອນຈາກສຳນັກງານ ຄລຕ, ທະນາຄານແຫ່ງ ສປປ ລາວ ແລະ ຄະນະປະສານ ງານການກະກຽມສ້າງຕັ້ງຕະຫລາດຫລັກຊັບເຂົ້າຮ່ວມ.
ເນື້ອໃນການຝຶກອົບຮົມແມ່ນໄດ້ລົງເລິກກ່ຽວກັບການຄຸ້ມຄອງບໍລິຫານກິດຈະການ ເຊິ່ງຕິດພັນກັບວຽກງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບ, ນັ້ນຫມາຍຄວາມວ່າ: ຕະຫລາດຫລັກຊັບ, ຫລັກຊັບ ແລະ ການຄຸ້ມຄອງບໍລິຫານກິດຈະການເຮັດແນວໃດ ເພື່ອສ້າງຄວາມເຊື່ອຫມັ້ນໃຫ້ແກ່ນັກລົງທຶນ. ລວມເຖິງຫລັກການສາກົນກ່ຽວກັບການຄຸ້ມຄອງກິດຈະການ, ຫລັກການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ OEDC ສຳລັບບໍລິສັດເອກະຊົນ ແລະ ລັດວິສາຫະກິດ, ຫລັກການ Basel ແລະຫລັກການອື່ນໆ. ລວມທັງການປະເມີນການຄຸ້ມຄອງບໍລິຫານກິດຈະການ, ອົງປະກອບໃນການຄຸ້ມຄອງສະພາບແວດລ້ອມ, ຂັ້ນຕອນໃນການດຳເນີນງານ ແລະ ຄວາມໂປ່ງໃສ, ການເປີດເຜີຍຂໍ້ມູນການປະຕິບັດຕໍ່ຮຸ້ນລາຍຍ່ອຍ, ພາລະບົດບາດຂອງອົງການຄຸ້ມຄອງຫລັກຊັບ ແລະ ບັນດາລະບຽບການຕ່າງໆ, ທັງຫມົດເຫລົ່ານີ້ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈເລິກໃນການຄຸ້ມຄອງບໍລິຫານກິດຈະການ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







