ຫນ້າຫ່ວງ ຍອດຕົວເລກຫມູຕາຍຈາກພະຍາດຫູກ່ຳຫມູເກືອບເຖິງ 400 ໂຕ ຄາດເສຍຫາຍແລ້ວກວ່າຕື້ກີບ ຂະນະທີ່ຕິດເຊື້ອອີກພັນກວ່າ; ດ້ານເຈົ້າຫນ້າທີ່ເຄັ່ງຫາກມີການເຄື່ອນຍ້າຍຈະຖືກໃຫມ ພ້ອມສັ່ງຫ້າມນຳເຂົ້າຫມູຈາກຕ່າງປະເທດ, ສ່ວນສັດຕະວະແພດຢືນຢັນຍັງຄຸມໄດ້ພ້ອມເຊື່ອບໍ່ຮຸນແຮງຄືປີກາຍ.
ການລະບາດຂອງພະຍາດຫູກ່ຳຫມູ ຢູ່ 2 ເມືອງ (ປາກງື່ມ ແລະ ນາຊາຍທອງ) ນະຄອນຫລວງວຽງຈັນ ຍັງສືບຕໍ່ລະບາດຢ່າງຫນ້າເປັນຫ່ວງຫລ້າສຸດ ຕາມການປະເມີນຂອງຫນ່ວຍງານກ່ຽວຂ້ອງລະບຸ ລວມຍອດຫມູຕາຍທີ່ລວມທັງໂຕນ້ອຍ ແລະ ໃຫຍ່ໄດ້ເພີ່ມຈາກ 201 ໂຕໃນວັນທີ 14 ກໍລະກົດມາເປັນ 381 ໂຕໃນວັນທີ 25ກໍລະກົດ ແລະ ຍັງມີຫມູຕິດເຊື້ອອີກ 1.208 ໂຕໂດຍຄາດຄະ ເນຄວາມເສຍຫາຍໃນເບື້ອງຕົ້ນອາດສູງເຖິງ 1,4ຕື້ກີບ.
ໃນນີ້ເມືອງປາກງື່ມມີຫມູຕາຍ 362 ໂຕ ໃນຈຳນວນຫມູຕິດເຊື້ອ 1.069 ໂຕຢູ່ 26 ຟາມ ດ້ານເມືອງນາຊາຍທອງ ໄດ້ລະບາດໃນ 5 ຟາມ ມີຫມູຕິດເຊື້ອ 501 ໂຕ ຕາຍ 19 ໂຕ ໂດຍໃນ 2 ເມືອງນີ້ມີຫມູຕົກໃນກໍລະນີສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ ປະມານ 5.337 ໂຕ.
ຢ່າງໃດກໍ່ດີທ່ານດຣ. ເສດຖາສິນທະສັກຮອງຫນ່ວຍງານລະບາດວິທະຍາສູນສັດຕະວະແພດກົມລ້ຽງສັດແລະການ ປະມົງ, ກະຊວງກະສິກຳແລະປ່າໄມ້ກ່າວຕໍ່ທີມຂ່າວເສດ ຖະກິດໃນທ້າຍອາທິດຜ່ານມາວ່າ: ເຖິງແມ່ນການລະບາດແລະອັດຕາການຕາຍລວມທັງຕົວເລກການຕິດເຊື້ອຂອງຫມູ ຈະມີການເພີ່ມຂຶ້ນເລື້ອຍໆກໍ່ຕາມແຕ່ກໍ່ຍັງຢູ່ໃນລະດັບທີ່ສັດຕະ ວະແພດສາມາດຄວບຄຸມໄດ້.
ທ່ານກ່າວວ່າ: ຫລັງວິໄຈພົບເຊື້ອນຳຊີ້ນຫມູທີ່ຕາຍໂດຍບໍ່ຮູ້ສາເຫດທາງສູນສັດຕະວະ ແພດກໍ່ຄືກົມລ້ຽງສັດແລະການປະມົງໄດ້ເລ່ງດ່ວນສົ່ງຫນ່ວຍງານລົງໃຫ້ ຄຳແນະນຳແລະປຶກ ສາແກ່ເຈົ້າຂອງຟາມຢ່າງທັນການພ້ອມວາງມາດຕະການໃນການສະກັດກັ້ນການແພ່ລະ ບາດຂອງເຊື້ອດັ່ງກ່າວບໍ່ໃຫ້ຂະຫຍາຍສູ່ວົງກວ້າງໂດຍຫ້າມບໍ່ໃຫ້ເຈົ້າຂອງ ຟາມຫລືເຈົ້າຂອງສັດໃນ2 ເມືອງມີການເຄື່ອນຍ້າຍແລະຊື້-ຂາຍຫມູເດັດຂາດ, ແຍກຫມູທີ່ຕິດເຊື້ອອອກຈາກຫມູ່.
ແຕ່ກໍ່ຍັງມີເຈົ້າຂອງສັດບາງເຈົ້າຝ່າຝືນລັກເຄື່ອນຍ້າຍຫມູແຕ່ຖືກເຈົ້າຫນ້າທີ່ກວດພົບແລະຖືກປັບໃຫມຕາມລະບຽບການ.
ນອກຈາກນັ້ນ ຍັງໄດ້ມີການລົງຈັດສົ່ງແຈກຢາຍຢາວັກຊິນຕ້ານເຊື້ອທີ່ລັດຖະບານ ຈີນໃຫ້ການຊ່ວຍເຫລືອໃນປີຜ່ານມາ ແຕ່ປະຈຸບັນຢາດັ່ງກ່າວຫມົດແລ້ວ ແລະ ຄາດວ່າຢາທີ່ສັ່ງຊື້ມາ ໃຫມ່ ແລະ ຈີນໃຫ້ການຊ່ວຍເຫລືອ ລວມກັນກໍ່ປະມານ 20 ພັນໂຣດ ຈະມາຮອດໃນໄວໆນີ້.
ແນວໃດກໍ່ດີການລະບາດຂອງພະຍາດດັ່ງກ່າວໃນປີນີ້ອາດຈະບໍ່ຮຸນແຮງຄືປີກາຍ ທີ່ມີຫມູຕາຍຫລາຍກວ່າ2 ພັນໂຕໃນ 6 ເມືອງຂອງນະຄອນຫລວງວຽງຈັນແລະມີຄວາມເປັນໄປໄດ້ຍາກທີ່ເຊື້ອ ພະຍາດດັ່ງກ່າວຈະລະບາດສູ່ຄົນຫາກບໍລິໂພກຊີ້ນຫມູຖືກຫລັກອະນາໄມ, ທ່ານດຣ. ເສດຖາສິນທະສັກກ່າວ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (521 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







