ອີງຕາມແຜນພັດທະນາເສດຖະກິດ-ສັງຄົມສົກປີ 2009-2010 ຂອງແຂວງຄໍາມ່ວນໃຫ້ຮູ້ວ່າ: ເພື່ອເຮັດໃຫ້ບັນດາເປົ້າຫມາຍທີ່ວາງ ໄວ້ບັນລຸຜົນສຳເລັດ ແລະ ໄດ້ຮັບຫມາກຜົນທາງແຂວງໄດ້ວາງທິດທາງແຜນການໂດຍຈະສືບຕໍ່ສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງໃນລະດັບ 10-12%, ລວມຍອດຜະລິດຕະພັນພາຍໃນບັນລຸ 2.693 ຕື້ກວ່າກີບທຽບໃສ່ສົກປີ 2008-2009 ເພີ່ມຂຶ້ນ 14% ໂດຍໄດ້ວາງຄາດຄະເນການລົງທຶນໃນທົ່ວ ສັງຄົມໃຫ້ກວມເອົາ 35% ຂອງ ຈີດີພີ ຫລື ເທົ່າກັບ 942 ຕື້ກວ່າກີບ.
ເພື່ອເຮັດໃຫ້ເສດຖະກິດຂອງແຂວງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງຕາມເປົ້າຫມາຍທີ່ວາງໄວ້ ສະນັ້ນຕ້ອງໄດ້ມີການລົງທຶນເຂົ້າ ພັດທະນາໃນຫລາຍຂົງເຂດ ເປັນຕົ້ນແມ່ນສຸ່ມໃສ່ການລົງທຶນຂອງລັດ ຈຳນວນ 146 ໂຄງການມີມູນຄ່າທັງຫມົດ 40,420 ຕື້ກີບ, ໂດຍ ມີໂຄງການສະເຫນີໃຫມ່ 59 ໂຄງການ, ໂຄງການສຶບຕໍ່ 54 ໂຄງການ, ໂຄງການຊຳລະຫນີ້ 22 ໂຄງການ, ໂຄງການສົມທົບທຶນກັບ ຕ່າງປະເທດ 2 ໂຄງການ ແລະ ລຶບລ້າງຄວາມທຸກຍາກ 9 ໂຄງການ, ໃນນັ້ນ ເປັນເງິນງົບປະມານການລົງທຶນຂອງລັດ 24.950 ຕື້ ກີບ, ທຶນຫລຸດຜ່ອນຄວາມທຸກຍາກ 1.870 ຕື້ກີບ ແລະ ທຶນກູ້ຢຶມຈາກຕ່າງປະເທດຈຳນວນ 13.600 ຕື້ກີບ.
ໃນສົກປີຜ່ານມາ ການລົງທຶນຈາກເອກະຊົນພາຍໃນ ແລະຕ່າງປະເທດແມ່ນກວມປະມານ 22, 39% ຂອງຈີດີພີ ເທົ່າກັບ 805 ຕື້ ກວ່າກີບ ເຊິ່ງທາງແຂວງກໍ່ໄດ້ເອົາໃຈໃສ່ຊຸກຍູ້ປຸກລະດົມ ແລະສົ່ງເສີມອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ. ພ້ອມທັງຕັ້ງຫນ້າໂຄສະ ນາພົວພັນຍາດແຍ່ງເອົາການຊ່ວຍເຫລືອ ແລະ ການລົງທຶນຂອງອົງການຈັດຕັ້ງສາກົນກໍ່ຄືຕ່າງປະເທດເພື່ອເຮັດໃຫ້ການພັດທະນາເສດ ຖະກິດ-ສັງຄົມຂອງແຂວງມີທ່າກ້າວນັບມື້ນັບຫລາຍຂຶ້ນ.
ພ້ອມກັນນັ້ນ ເພື່ອສືບຕໍ່ເຮັດໃຫ້ວຽກງານທາງດ້ານການຄ້າ ແລະ ການບໍລິການສິນຄ້າຂາເຂົ້າ ແລະ ຂາອອກ ດີຂຶ້ນເປັນກ້າວໆນັ້ນ ຕ້ອງຈຳກັດການສົ່ງອອກວັດຖຸດິບ, ຫັນມາເປັນຜະລິດຕະພັນສຳເລັດຮູບເພື່ອສົ່ງອອກໃຫ້ຫລາຍຂຶ້ນໂດຍຮັບປະກັນທາງດ້ານຄຸນນະພາບ, ມາດຕະຖານ ແລະປະລິມານຂອງສິນຄ້າທີ່ຈະສາມາດຮອງຮັບກັບຄວາມຕ້ອງການຂອງຕະຫລາດໃຫ້ຫລາຍກວ່າເກົ່າ. ພ້ອມນັ້ນຍັງຕ້ອງ ສືບຕໍ່ປັບປຸງລະບົບການຄຸ້ມຄອງການເງິນນັບແຕ່ແຂວງລົງຮອດເມືອງ, ທັງນີ້ ກໍ່ເພື່ອເຮັດໃຫ້ການຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ ແລະ ສອດຄ່ອງບັນລຸໄດ້ຕາມເປົ້າຫມາຍທີ່ວາງໄວ້.
ໃນນັ້ນ ຕ້ອງສູ້ຊົນສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 123 ຕື້ກວ່າກີບ ທຽບໃສ່ສົກປີ 2008-2009 ເພີ່ມຂຶ້ນ 17,77% ເທົ່າກັບ 22 ຕື້ກວ່າກີບ, ລວມຍອດລາຍຈ່າຍທັງຫມົດ 161 ຕື້ກວ່າກີບ ຫລຸດລົງຈາກຜ່ານມາ 6,06% ຫລື ເທົ່າ 9,77 ຕື້ກີບ.
ນອກນັ້ນ ທາງແຂວງຍັງຈະສືບຕໍ່ຂະຫຍາຍຕາຫນ່າງໄຟຟ້າລົງສູ່ຊົນນະບົດ ເຮັດໃຫ້ປະຊາຊົນໄດ້ນຳໃຊ້ໄຟຟ້າ ແລະ ຫັນເຂົ້າສູ່ການ ຜະລິດທາງດ້ານກະສິກຳ, ຫັດຖະກຳ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ພ້ອມປະຕິບັດໂຄງການກໍ່ສ້າງຕິດ ຕັ້ງໄຟຟ້າເຂົ້າບ້ານຈຳນວນ 48 ບ້ານ ແລະຕິດຕັ້ງໄຟຟ້າເຂົ້າເຮືອນປະຊາຊົນອີກ 4.509 ຫລັງຄາເຮືອນ. ທັງສືບຕໍ່ຂະຫຍາຍລະບົບໄຟ ຟ້າຂະຫນາດນ້ອຍ ໂດຍໃຊ້ພະລັງງານທົດແທນເພື່ອສະຫນອງໄຟໃຫ້ບ້ານຫ່າງໄກສອກຫລີກ, ບ້ານເຂດພູດອຍດ້ວຍລະບົບແສງຕາເວັນ ໂດຍຄາດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າເຖິງ 90% ຂອງຈຳນວນບ້ານໃນທົ່ວແຂວງ.
ໃນຂະນະທີ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ດຳເນີນໄປຢ່າງສອດຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມກໍ່ຄືຍຸດທະສາດການທ່ອງທ່ຽວແຫ່ງຊາດກຳນົດໄວ້ແບບມີປະສິດທິຜົນ ແລະ ຮັບປະກັນໄດ້ເຖິງຜົນປະໂຫຍດທີ່ຈະໄດ້ຮັບຈາກ ຂະແຫນງດັ່ງກ່າວໃນຕໍ່ຫນ້າ. ສືບຕໍ່ສູ້ຊົນສຳຫລວດບັນດາແຫລ່ງທ່ອງທ່ຽວທີ່ເປັນທ່າແຮງທາງດ້ານທຳມະຊາດ, ວັດທະນາທຳ ແລະ ປະ ຫັວດສາດ, ພ້ອມກັບການຂຶ້ນບັນຊີຄຸ້ມຄອງ ແລະຈັດລຽງບຸລິມະສິດ ເພື່ອການພັດທະນາທີ່ເຫມາະສົມສອດຄ່ອງ, ມີຈຸດສຸມໃນຂອບເຂດ ທົ່ວແຂວງ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







