ປະຈຸບັນລາຄານ້ຳມັນສູງຂຶ້ນສ້າງ ຄວາມກົງວົນໃຈໃຫ້ແກ່ບັນດາຜູ້ຊົມໃຊ້ໃນການຈັບຈ່າຍໃຊ້ສອຍ ເນື່ອງຈາກລະດັບລາຍໄດ້ຍັງເທົ່າເດີມແຕ່ຄ່າຄອງຊີບ ເພີ່ມສູງຂຶ້ນອັນເນື່ອງຈາກລາ ຄານ້ຳມັນສູງຂຶ້ນ ເຊິ່ງອາດສົ່ງຜົນໃຫ້ສິນຄ້າປະເພດອື່ນສູງຂຶ້ນຕາມ.
ໃນວັນທີ 10 ມີນາຜ່ານມາ ລາວໄດ້ມີການປັບຂຶ້ນລາຄານ້ຳມັນເຊື້ອໄຟຂາຍຍ່ອຍໃນທົ່ວປະເທດ ຂຶ້ນອີກ, ຫລັງຈາກທີ່ລາຄາໃນຕະຫລາດໂລກສູງຂຶ້ນ, ສາຍເຫດຍ້ອນປະເທດເຮົາຍັງບໍ່ມີເງື່ອນໄຂໃນການຜະລິດນ້ຳມັນເຊື້ອ ໄຟ, ຕ້ອງເພິ່ງພາການນຳເຂົ້າຈາກຕ່າງປະເທດເຮັດໃຫ້ລາຄານ້ຳມັນເຊື້ອໄຟ ພາຍໃນເຫນັງຕີງຕາມກົນໄກຕະຫລາດໂລກ, ລາຄານ້ຳມັນຖ້າຍັງສືບ ຕໍ່ເພີ່ມຂຶ້ນ ຄາດຈະສົ່ງຜົນກະທົບຕໍ່ບັນດາທຸລະກິດຂົນສົ່ງ ແລະ ລາຄາສິນຄ້າທົ່ວໄປກໍ່ອາດມີການເຫນັງຕີງເຊັ່ນກັນ, ປະກອບກັບລາຄານ້ຳມັນພືດທີ່ປະຈຸບັນແພງຂຶ້ນສາເຫດຍ້ອນປະເທດຜູ້ ສົ່ງອອກປະສົບບັນຫານ້ຳມັນພືດຂາດຕະຫລາດ, ສົ່ງຜົນກະທົບຕໍ່ລາຄາສິນຄ້າອື່ນມີການປ່ຽນແປງໄປນຳ, ສ້າງຄວາມກັງວົນໃຈຫລາຍຕໍ່ຜູ້ບໍລິໂພກ.
ໃນວັນພະຫັດທີ່ຜ່ານມາກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການປັບລາຄານ້ຳມັນໃນທົ່ວປະເທດຂຶ້ນອີກ ໂດຍລາຄານ້ຳມັນຢູ່ນະຄອນຫລວງວຽງຈັນທະລຸຕົວເລກທີ່ຫນ້າຕົກໃຈ ເຊັ່ນ: ແອັດຊັງທຳມະດາ 10.250 ກີບຕໍ່ລິດ, ແອັດຊັງພິເສດ 11.370 ກີບຕໍ່ລິດ, ກາຊວນ 9.120 ກີບຕໍ່ລິດ, ສ່ວນຢູ່ໃນແຕ່ລະແຂວງ ແມ່ນໂຕເລກຢູ່ໃນລະດັບທີ່ໃກ້ຄຽງກັນ.
ຢ່າງໃດກໍ່ຕາມລາຄານ້ຳມັນ ໃນຕະຫລາດໂລກຕາມສັນຍາລ່ວງຫນ້ານ້ຳມັນໄລສະວິດຄຸດຂອງສະຫະລັດ ງວດສົ່ງມອບ ເດືອນເມສາ ຫລຸດລົງ 1,68 ໂດລາສະຫະລັດ ປິດທີ່ 102,70 ໂດລາຕໍ່ບາເຣລ, ສ່ວນເບຣນ ທະເລເຫນືອລອນດອນງວດສົ່ງມອບເດືອນດຽວກັນຫລຸດລົງ 51 ເຊັນ ປິດທີ່ 115,43 ໂດລາຕໍ່ບາເຣລ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







