ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ມອງວ່າເສດຖະກິດຂອງລາວໃນປີນີ້ ກຳລັງປະເຊີນຫນ້າກັບສິ່ງທ້າທາຍຈາກພາຍນອກ ເປັນຕົ້ນການເພີ່ມຂຶ້ນຂອງລາຄານ້ຳມັນ ບວກກັບການສະຫນອງສິນຄ້າສະບຽງອາຫານພາຍໃນມີຈຳນວນທີ່ຫລຸດລົງ ເຊິ່ງລັດຖະບານຈະຕ້ອງໄດ້ເອົາໃຈໃສ່ ແລະ ເລ່ງຊຸກຍູ້ການຜະລິດໃຫ້ຫລາຍຂຶ້ນ ເພື່ອສະຫນອງການບໍລິໂພກພາຍໃນໃຫ້ພຽງພໍ.
ທ່ານ ດຣ. ລີເບີ ລີບົວປາວ ຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດກະຊວງແຜນການ ແລະການລົງທຶນກ່າວກັບທີມຂ່າວເສດຖະກິດໃນອາທິດນີ້ວ່າ: ປັດໄຈພາຍນອກ ພວມເປັນສິ່ງທ້າທາຍຕໍ່ແຜນພັດທະນາເສດຖະກິດ-ສັງຄົມໃນສົກປີນີ້ ໂດຍສະເພາະການເພີ່ມຂຶ້ນຂອງລາຄານ້ຳມັນ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນອັນໄດ້ຍູ້ຕົວເລກເງິນເຟີ້ຂອງ ປະເທດໃນສົກປີນີ້ສູງຂຶ້ນເປັນເງົາຕາມຕົວ ເຊິ່ງໄດ້ກະທົບຕໍ່ຊີວິດຂອງປະຊາຊົນ ແລະ ການຈັດຕັ້ງປະຕິບັດບາງໂຄງການ.
ທ່ານກ່າວຕື່ມວ່າ: ບັນຫາລາຄານ້ຳມັນຖືເປັນປັດໄຈທີ່ທ້າທາຍສຳຄັນ ເນື່ອງຈາກເປັນປັດໄຈພາຍນອກທີ່ກະທົບໂດຍກົງ ເຊິ່ງຖ້າຫາກລາຄານ້ຳມັນຍັງສືບຕໍ່ເພີ່ມຂຶ້ນຄວາມທ້າທາຍກໍ່ຍິ່ງ ຈະສູງຂຶ້ນ.
ນອກຈາກນັ້ນແລ້ວ ໄພທຳມະຊາດຢູ່ຍີ່ປຸ່ນກໍ່ຖືເປັນອີກຫນຶ່ງປັດໄຈທີ່ຈະຕ້ອງຕິດຕາມ ຢ່າງໃກ້ຊິດ ເຖິງແມ່ນວ່າມູນຄ່າການຄ້າລະຫວ່າງລາວ-ຍີ່ປຸ່ນຈະບໍ່ສູງ ແຕ່ການຊ່ວຍເຫລືອຂອງຍີ່ ປຸ່ນຢູ່ລາວ ແມ່ນມີຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ສ່ວນບັນຫາພາຍໃນທີ່ຈະຕ້ອງໄດ້ເອົາໃຈໃສ່ກໍ່ຄືການສະຫນອງສະບຽງ ອາຫານຕ້ອງຮັບປະກັນໃຫ້ພຽງພໍ ເພື່ອບໍ່ໃຫ້ລາຄາສິນຄ້າໃນທ້ອງຕະຫລາດເພີ່ມສູງຂຶ້ນຕື່ມອີກ ໂດຍພາກລັດຈະຕ້ອງໄດ້ເລ່ງຊຸກຍູ້ການຜະລິດກະສິກຳໃຫ້ຫລາຍ ຂຶ້ນເພື່ອທົດແທນຄວາມສູນເສຍຈາກໄພທຳມະຊາດທີ່ເກີດຂຶ້ນ ຫລັງຈາກທີ່ໃນອາທິດຜ່ານມາ ສັດລ້ຽງຢູ່ແຂວງຊຽງຂວາງຕາຍເປັນຈຳນວນ ຫລວງຫລາຍລວມເຖິງຄວາມແຫ້ງແລ້ງ ໃນເຂດພາກໃຕ້ທີ່ເຮັດໃຫ້ເຂົ້ານາຂອງປະຊາຊົນເສຍຫາຍຈຳນວນບໍ່ຫນ້ອຍ ເຊິ່ງອາດຈະກະທົບຕໍ່ພາກການສະຫນອງທາດຊີ້ນ ແລະ ສະບຽງອາ ຫານ, ທ່ານ ດຣ. ລີເບີ ກ່າວ.
ທ່ານເນັ້ນວ່າ: ນອກຈາກນັ້ນ ລັດຖະບານຄວນກະກຽມຮັບມືການປ່ຽນແປງດິນຟ້າອາກາດກໍ່ຄືການຕ້ານ ແລ້ງຕ້ານຖ້ວມ ທັງນີ້ ກໍ່ເພື່ອເຮັດໃຫ້ການຜະລິດບັນລຸໄດ້ຕາມແຜນການຫາກບໍ່ດັ່ງນັ້ນ ຍິ່ງຈະຊ້ຳເຕີມບັນຫາເງິນເຟີ້ໃຫ້ສູງຂຶ້ນຈາກລາຄານ້ຳມັນທີ່ ປັບຂຶ້ນຢ່າງຕໍ່ເນື່ອງໃນປະຈຸບັນ.
ຫລ້າສຸດ ກຸ່ມຜູ້ຜະລິດຊີມັງໄດ້ປະກາດປັບລາຄາຊີມັງຂຶ້ນແລ້ວ ຫລັງຈາກທີ່ຮັກສາລາຄາເດີມໄວ້ມາຫລາຍເດືອນອັນໄດ້ ແບກຫາບຄ່າຕົ້ນທຶນການຂົນສົ່ງທີ່ສູງຂຶ້ນ.
ຢ່າງໃດກໍ່ຕາມ ທ່ານເນັ້ນວ່າເຖິງແມ່ນວ່າປະຈຸບັນ ອັດຕາເງິນເຟີ້ຂອງລາວຈະສູງ ເມື່ອທຽບໃສ່ສົກປີຜ່ານມາທີ່ຕິດລົບຫລາຍເດືອນນັ້ນ ແຕ່ກໍ່ຖືວ່າຍັງຢູ່ໃນເກນທີ່ລັດຖະບານກຳນົດໄວ້ຄືໃຫ້ຢູ່ ໃນລະດັບຕົວເລກດຽວ ໂດຍອັດຕາເງິນເຟີ້ໃນເດືອນມັງກອນຢູ່ໃນລະດັບ 6,06% ເພີ່ມຂຶ້ນຈາກ 5,98% ໃນເດືອນທັນວາ.
ທ່ານ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວເມື່ອບໍ່ດົນນີ້ວ່າ: ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຮັກສາສະຖຽນລະພາບເງິນຕາໃຫ້ຫມັ້ນທ່ຽງຍາວນານ ດ້ວຍການສູ້ຊົນໃຫ້ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຫນຶ່ງຕົວເລກ ແລະ ຕ່ຳກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ, ຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມສະຫງົບປົກກະຕິ ແລະເຫນັງ ຕີງໃນຂອບເຂດບໍ່ເກີນບວກ ຫລື ລົບ 5%.
ບັນດາພໍ່ແມ່ປະຊາຊົນກ່າວກັບຫນັງສືພິມເສດຖະກິດ-ສັງຄົມວ່າ: ການເຫນັງຕີງຂອງລາຄາ ສິນຄ້າໃນທ້ອງຕະຫລາດໄດ້ສ້າງຄວາມກັງວົນໃຈໃຫ້ແກ່ຄອບຄົວຂອງຕົນ ເຊິ່ງຕ້ອງໄດ້ໃຊ້ ຈ່າຍໃນຊີວິດປະຈຳວັນທີ່ສູງຂຶ້ນ ທັງທີ່ລາຍຮັບຍັງຄືເກົ່າ.
ແນວໃດກໍ່ດີ ທ່ານຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເຊື່ອວ່າ: ອັດຕາການຂະຫຍາຍຕົວຂອງເສດຖະກິດລາວໃນປີນີ້ ຈະບັນລຸໄດ້ຕາມແຜນທີ່ສະພາແຫ່ງຊາດຮັບ ຮອງເອົາ ແຕ່ລັດຖະບານກໍ່ຕ້ອງເຮັດວຽກໃຫ້ຫນັກຂຶ້ນ ເພື່ອຜ່ານຜ່າສິ່ງທ້າທາຍດັ່ງກ່າວ.
| ພາບແລະເນື້ອຂ່າວຈາກ |
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







