ເພື່ອກຽມຮັບມືກັບແຜນ 5 ປີ ຄັ້ງທີ 7 ໃຫ້ປາກົດຜົນເປັນຈິງ, ເມື່ອບໍ່ດົນມານີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດຖະບານ ໄດ້ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ເຈົ້າຄອງນະຄອນ, ເຈົ້າແຂວງ ພິຈາລະນາທົບທວນຄືນໂຄງ ການຕ່າງໆ ເພື່ອເລືອກໂຄງການທີ່ຈະເກີດປະໂຫຍດສູງສຸດລວມເຖິງທິດທາງໃນການລະດົມທຶນ ແລະ ການຈັດແບ່ງທຶນສຳລັບແຜນ 5 ປີ ຄັ້ງທີ 7 ໃຫ້ເຫມາະສົມ.
ທ່ານຜູ້ປະຈຳການລັດຖະບານ ກ່າວວ່າ: ແຜນ 5 ປີ ຄັ້ງທີ 6 ເປັນແຜນການ 5 ປີຄັ້ງທຳອິດທີ່ເສດຖະກິດຂອງປະເທດບັນລຸໄດ້ ເກີນເປົ້າ. ເພື່ອເຮັດໃຫ້ຜົນງານທີ່ຍາດມາໄດ້ຮັບຫມາກຜົນຫລາຍຂຶ້ນ ໃນເຄິ່ງທົດສະວັດຕໍ່ຫນ້ານີ້ ຕ້ອງເອົາໃຈໃສ່ປັບປຸງແກ້ໄຂບັນຫາ ກົດຫນ່ວງຖ່ວງດຶງຕ່າງໆ, ບຸກທະລຸການເຊື່ອມໂຍງກັບສາກົນ,ຂະຫຍາຍຕະຫລາດໃຫ້ກວ້າງອອກເພື່ອໂອກາດຍາດແຍ່ງດຶງດູດແຫລ່ງ ທຶນເຂົ້າພັດທະນາປະເທດໃຫ້ຫລາຍ ເຊິ່ງເກາະເນື່ອງເຖິງແຮງຊຸກດັນເສດຖະກິດໃຫ້ຂະຫຍາຍຕົວໃນຈັງຫວະທີ່ໄວກະໂດດຂັ້ນ ອັນສາ ມາດສ້າງປະຖົມປັດໄຈໃນການຫັນເປັນອຸດສາຫະກຳ ແລະ ທັນສະໄຫມໃນອະນາຄົດ.
ຢ່າງໃດກໍ່ຕາມ ຈະເຮັດໄດ້ຄືແນວນັ້ນ ດ້ານການລົງທຶນຕ້ອງເຮັດຢ່າງມີຈຸດສຸມ ຕາມຄວາມສາມາດສະຫນອງຂອງແຫລ່ງທຶນ ແຕ່ ຕ້ອງແຈກຢາຍຢ່າງສົມເຫດສົມຜົນຕາມຂົງເຂດ, ຂະແຫນງການ ໂດຍແຕ່ລະພາກສ່ວນຊອກໃຫ້ເຫັນໂຄງການບຸລິມະສິດ ເຊິ່ງຈະເປັນ ຫົວຈັກແກ່ດຶງການພັດທະນາ ກໍ່ຄືການຂັບເຄື່ອງທາງເສດຖະກິດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວ.
ແນວໃດກໍ່ດີ ໃນແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 7 ຖ້າທຽບໃສ່ 5 ປີ ຄັ້ງທີ 6 ທີ່ມີແຫລ່ງທຶນເພື່ອດຸນດ່ຽງການລົງ ທຶນໃນພາກລັດ 24.747ຕື້ກີບ ໃນນັ້ນເປັນທຶນຕ່າງປະເທດ 20.765 ຕື້ກີບ ຫລືປະມານ 2.443 ໂດລາສະຫະລັດ, ສະເລ່ຍ 88,66 ລ້ານໂດລາສະຫະລັດຕໍ່ປີ ບວກກັບເງິນສົມທົບຂອງລັດຖະບານປະມານ 17,73 ລ້ານໂດລາສະຫະລັດຕໍ່ປີ ແລະການລົງທຶນຂອງພາກ ເອກະຊົນໃນວົງເງິນ 9,7 ຕື້ໂດລາສະຫະລັດ ຫລື ສະເລ່ຍປະມານ 2 ຕື້ໂດລາສະຫະລັດຕໍ່ປີ ໂດຍເປັນທຶນຂອງນັກລົງທຶນພາຍໃນ ປະມານ 1,7 ຕື້ໂດລາສະຫະລັດ.
ທ່ານກິແກ້ວ ຈັນທະບູລີ ຫົວຫນ້າຫ້ອງການກະຊວງແຜນການ ແລະ ການລົງທຶນ ກ່າວເມື່ອບໍ່ ດົນມານີ້ວ່າ: ໄລຍະ 5 ປີຜ່ານມາ (2006-2010) ລາວເຮົາມີຜົນງານ ແລະ ມີບົດບາດສູງຂຶ້ນໃນເວທີສາກົນ ເຮັດໃຫ້ແຜນ 5 ປີຄັ້ງທີ 6 ລາວເຮົາມີທຶນຊ່ວຍເຫລືອລ້າ ແລະ ທຶນກູ້ຢືມບັນລຸເຖິງ 2.250 ກວ່າໂຄງການໃນວົງເງິນ 2.240 ລ້ານໂດລາສະຫະລັດ ຫລື ເທົ່າກັບ 448 ລ້ານໂດລາສະຫະລັດ ຕໍ່ປີ. ດ້ານການລົງທຶນຂອງພາກເອກະຊົນສູງເຖິງ 10,6 ຕື້ໂດລາສະຫະລັດ; ໃນນັ້ນ ເປັນການລົງທຶນຂອງນັກທຸລະກິດພາຍໃນ 1,8 ຕື້ໂດລາສະຫະລັດ ໂດຍຂົງເຂດພະລັງງານໄຟຟ້າກວມເອົາມູນຄ່າການລົງທຶນສູງກວ່າຫມູ່.
ສ່ວນຕົວເລກການລົງທຶນໃນແຜນ 5 ປີ ຄັ້ງທີ 7 ກໍານົດການ ລົງທຶນລວມໃຫ້ໄດ້ 32% ຂອງຈີດີພີ ໃນນັ້ນ ລະບຸໄວ້ແຫລ່ງເງິນ ລົງທຶນຈາກພາກລັດຕ້ອງກວມເອົາ 8-10% ຂອງການລົງທຶນລວມສະເລ່ຍ 240 ລ້ານໂດລາ ສະຫະລັດຕໍ່ປີ ແລະ ເງິນຊ່ວຍເຫລືອ ລ້າເງິນກູ້ຢືມໃຫ້ໄດ້ 33 ພັນຕື້ກີບ ຫລື ເທົ່າກັບ 26-28% ຂອງການລົງທຶນທັງຫມົດ.
ຫນັກໄປກວ່ານັ້ນແມ່ນການ ລົງທຶນຂອງພາກເອກະຊົນທີ່ຈະໃຫ້ຢູ່ໃນລະດັບ 7,4-8,3 ຕື້ໂດລາຫະລັດ ເທົ່າກັບ 50% ຂອງການ ລົງທຶນລວມເປັນຢ່າງຕ່ຳ ຫລືປະມານ 1,7 ຕື້ໂດລາສະຫະລັດຕໍ່ປີ. ສ່ວນເຫລືອອີກ 10-12% ຂອງວົງເງິນການລົງທຶນທັງຫມົດແມ່ນ ເປັນຫນ້າທີ່ຂອງທະນາຄານທີ່ຕ້ອງປ່ອຍສິນເຊື່ອແກ່ຫົວຫນ່ວຍທຸລະກິດຕ່າງໆດຳເນີນກິດຈະການ ແນໃສ່ຮອດປີ 2015 ປະເທດເຮົາ ສາມາດດຸນດ່ຽງແຮງງານ ແລະສ້າງວຽກເຮັດງານທຳໃນຂົງເຂດກະສິກຳໃຫ້ໄດ້ 70%, ບໍລິການ 23 ແລະຂົງເຂດອຸດສາຫະກຳ 7%, ຫລຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 19% ຂອງຈຳນວນພົນລະເມືອງ ຫລື ຕ່ຳກວ່າ 11% ຂອງຈຳນວນຄົວເຮືອນທັງຫມົດ.
ຄຽງຄູ່ກັບການລົງທຶນຍັງຕ້ອງສູ້ຊົນເຮັດໃຫ້ອັດຕາການສົ່ງອອກເພີ່ມຂຶ້ນໃນສັດສ່ວນສູງທີ່ສຸດ ໂດຍຂະຫຍາຍຕົວປະມານ 40% ຕໍ່ ປີ, ການເປີດກວ້າງທາງການຄ້າຂອງ ສປປ ລາວ ໃຫ້ສາມາດຢູ່ລະດັບ 100% ຂະນະທີ່ປີ 2006-2008 ການຄ້າລາວສາກົນແມ່ນຢູ່ ທີ່ 83% ເມື່ອທຽບໃສ່ຄາດຫມາຍໃນຈີດີພີ.
ຢ່າງໃດກໍ່ຕາມ, ທ່ານ ນາງ ພອນວັນ ອຸທະວົງ ຮອງຫົວຫນ້າກົມແຜນການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ໃນຊຸມ ປີຕໍ່ຫນ້າຄືນັບແຕ່ 2011-2015 ນີ້ ລາວເຮົາທີ່ເປັນປະເທດພວມຕ້ອງການແຫລ່ງທຶນຈາກບ່ອນອື່ນ ເພື່ອມາພັດທະນາປະເທດຫລາຍ. ດັ່ງນັ້ນ, ລາວຍັງຈະສືບຕໍ່ຂາດດຸນງົບປະມານໃນລະດັບ 35% ເນື່ອງຈາກຄາດຫມາຍແຜນການ 5 ປີຕໍ່ຫນ້າດ້ານລາຍຮັບທັງຫມົດ ຈະໃຫ້ຢູ່ທີ່ 18-20% ຂອງຈີດີພີ ເວລາດຽວກັນລາຍຈ່າຍພັດກວມເອົາ 20-22% ຂອງຈີດີພີ ຫລືເພີ່ມຂຶ້ນປະມານ 0,2 ຫາ 0,25% ຂອງຈີດີພີ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:ອຸທິດແກ່ວຽງຈັນ 450 ປີ (982 Hits)1 ສີງຫາ 2010 ເປັນວັນຄົບຮອບ 450 ປີ (1105 Hits)ລັດຖະບານ ຊຸດໃຫມ່ ຮັບປະກັນ ເສດຖະກິດເຕີບໂຕ 8% ຂຶ້ນໄປ ດ້ານ ສສຊ ສະເຫນີສ້າງ ຄວາມສົມດຸນ ໃນການເຕີບໂຕ (509 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







