ລາຄາສິນຄ້າ, ຄ່າຂົນສົ່ງ ແລະ ເສດຖະກິດ ພາຍນອກ ປັດໄຈກໍ່ອິດທິພົນ ຕໍ່ເງິນເຟີ້ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Economic ລາຄາສິນຄ້າ, ຄ່າຂົນສົ່ງ ແລະ ເສດຖະກິດ ພາຍນອກ ປັດໄຈກໍ່ອິດທິພົນ ຕໍ່ເງິນເຟີ້

ລາຄາສິນຄ້າ, ຄ່າຂົນສົ່ງ ແລະ ເສດຖະກິດ ພາຍນອກ ປັດໄຈກໍ່ອິດທິພົນ ຕໍ່ເງິນເຟີ້

E-mail Print PDF
ໄພເງິນເຟີ້ເປັນບັນຫາທີ່ສັງຄົມໃຫ້ຄວາມເປັນຫ່ວງແຕ່ປະເທດຕ່າງໆກໍ່ບໍ່ສາມາດຫລີກລ່ຽງໄດ້ ເນື່ອງຈາກມີການພົວພັນດ້ານເສດຖະ ກິດການຄ້າລະຫວ່າງຊາດ, ທາງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຊີ້ວ່າປັດໄຈທີ່ກໍ່ອິດທິພົນຕໍ່ໄພເງິນເຟີ້ອັນຕົ້ນຕໍແມ່ນມາຈາກການ ປ່ຽນແປງລາຄາຂອງສິນຄ້າ, ຄ່າຂົນສົ່ງລວມເຖິງອັດຕາແລກປ່ຽນ ແລະ ເງິນເຟີ້ຢູ່ຕ່າງປະເທດກໍ່ມີຜົນຕໍ່ເງິນເຟີ້ລາວ.

ໃນປີ 2009 ອັດຕາເງິນເຟີ້ຂອງລາວຕິດລົບເຖິງ 7 ເດືອນ ເຊິ່ງເປັນຄັ້ງທຳອິດໃນຫນ້າປະຫວັດສາດ ນັບແຕ່ມີການຈົບດັດຊະນີເປັນ ຕົ້ນມາເຮັດໃຫ້ຫມົດປີ 2009 ອັດຕາເງິນເຟີ້ຂອງປະເທດຢູ່ໃນລະດັບ 0,03% ເຊິ່ງເປັນອັດຕາເງິນເຟີ້ຕ່ຳທີ່ສຸດເທົ່າທີ່ເຄີຍມີມາ.

ຢ່າງໃດກໍ່ຕາມພາຍຫລັງທີ່ເສດຖະກິດໂລກເລີ່ມມີສັນຍານຟື້ນຕົວອັດຕາເງິນເຟີ້ຂອງລາວກໍ່ເລີ່ມສູງຂຶ້ນອີກນັບແຕ່ທ້າຍປີ 2009 ເປັນ ຕົ້ນມາ ແລະສືບເນື່ອງເພີ່ມຂຶ້ນລະດັບສູງຢ່າງຕໍ່ເນື່ອງໃນ 2010 ຈາກລະດັບ 4,20% ໃນເດືອນມັງກອນມາເປັນ 8,14% ໃນເດືອນກັນ ຍາ ເຊິ່ງເປັນອັດຕາເງິນເຟີ້ສູງສຸດໃນຮອບປີກ່ອນຈະຫລຸດລົງມາທີ່ລະດັບ 7,87% ໃນເດືອນຕຸລາ 2010.

ຕາມຜົນການວິໄຈຂອງທ່ານດຣ. ສະຖາບັນດິດ ອິນສີຊຽງໃຫມ່, ທ່ານ ວັດທະນາ ນໍລິນທາ ຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງ ຊາດກ່ຽວກັບສາເຫດ ແລະ ຜົນກະທົບຂອງເງິນເຟີ້ໃນ ສປປ ລາວໃຫ້ຮູ້ວ່າ: ທ່າອຽງເງິນເຟີ້ຢູ່ປະເທດເຮົານັບແຕ່ກາງປີ 2010 ເປັນຕົ້ນ ມາ ແມ່ນໄດ້ເພີ່ມຂຶ້ນໃນຈັງຫວະທີ່ໄວຂຶ້ນເຖິງຈະບໍ່ຮຸນແຮງຄືຄາວເກີດວິກິດການເງິນອາຊີເມື່ອປີ 1998 ທີ່ອັດຕາເງິນເຟີ້ຂຶ້ນຮອດລະດັບ 128% ແຕ່ກໍ່ມີຜົນກະທົບຕໍ່ເສດຖະກິດຂອງປະເທດ ເປັນຕົ້ນເຮັດໃຫ້ຄວາມສາມາດຊື້ຂອງປະຊາຊົນຫລຸດລົງ ເນື່ອງຈາກລາຍຮັບທີ່ເປັນ ເງິນກີບຄົງທີ່, ແຕ່ລາຄາສິນຄ້າເພີ່ມຂຶ້ນ ເຫມືອນກັບວ່າເງິນກີບອ່ອນຄ່າລົງ ເມື່ອທຽບໃສ່ເງິນຕາຕ່າງປະເທດ ສະນັ້ນ ຜູ້ຖືຄອງເງິນຈະ ເລືອກຖືເງິນທີ່ມີຄ່າແຂງກວ່າແທນ ອັນຫມາຍເຖິງຄວາມເຊື່ອຫມັ້ນຕໍ່ເງິນກີບຫລຸດລົງ.

ທ່ານໄດ້ຊີ້ໃຫ້ເຫັນວ່າ: ສາເຫດທີ່ກໍ່ໃຫ້ເກີດໄພເງິນເຟີ້ແມ່ນເນື່ອງມາຈາກດັດຊະນີລາຄາຂອງຫມວດສິນຄ້າສະບຽງອາຫານໄດ້ເພີ່ມຂຶ້ນ ຢ່າງໄວວາ ແລະ ກະໂດດຂັ້ນ, ຫມວດອື່ນໆກໍ່ມີການຂະຫຍາຍຕົວໄວເຊັ່ນ: ຄົມມະນາຄົມຂົນສົ່ງ, ເຄື່ອງໃຊ້ສ່ວນຕົວ, ເຊິ່ງການເພີ່ມຂຶ້ນ ໃນບັນດາຫມວດລາຄາສິນຄ້າຂອງຜູ້ຊົມໃຊ້ນີ້ຈະມີອິດທິພົນຕໍ່ການເຫນັງຕີງຂອງເງິນເຟີລວມ.

ສຳລັບປັດໄຈທີ່ພາໃຫ້ເງິນເຟີ້ເພີ່ມຂຶ້ນ ໃນຈັງຫວະໄວຄືປາກົດເຫັນລະຫວ່າງກາງປີ 2010 ມານີ້ ມີຜົນຈາກການເຫນັງຕີງແຮງຂອງ ຫມວດຄົມມະນາຄົມ ແລະຂົນສົ່ງຢູ່ລະດັບ 7,4% ໃນໄຕມາດ 2 ແລະ 6,2% ໃນໄຕມາດ 3 ໂດຍສະເພາະລາຄານ້ຳມັນເຊື້ອໄຟ. ຂະ ນະທີ່ອັດຕາເງິນເຟີ້ຂອງຫມວດສະບຽງອາຫານແມ່ນຢູ່ໃນລະດັບ 3,8% ແລະ 5% ຕາມລຳດັບ.

ສະເພາະລາຄາເຂົ້າແມ່ນເພີ່ມ ຂຶ້ນໄວກວ່າທ່າອຽງຄືເພີ່ມປະມານ 1.000 ກີບຕໍ່ກິໂລກຣາມຕໍ່ເດືອນ, ຖ້າເປັນເງິນເຟີ້ແມ່ນ 33,2% ໃນເດືອນກໍລະກົດ ແລະ 40% ໃນເດືອນສິງຫາ. ຫມາຍຄວາມວ່າ 2 ຫມວດສິນຄ້າດັ່ງກ່າວກວມເຖິງ 66,7% ຂອງກະຕ່າສິນຄ້າເພື່ອ ຄິດໄລ່ດັດຊະນີລາຄາ, ດັ່ງນັ້ນ ການເຫນັງຕີງລາຄາຂອງຫມວດສິນຄ້າດັ່ງກ່າວນີ້ ຈິ່ງມີຜົນຫລາຍຕໍ່ອັດຕາການປ່ຽນແປງຂອງອັດຕາເງິນ ເຟີ້.

ຢ່າງໃດກໍ່ຕາມ ໃນບົດວິໄຈໄດ້ລະບຸວ່າ: ການເພີ່ມລາຄາຂຶ້ນຂອງ 2 ຫມວດສິນຄ້າເທິງນີ້ ເປັນພຽງປັດໄຈພາຍໃນເທົ່ານັ້ນ ເຊິ່ງໃນ ຄວາມເປັນຈິງແລ້ວປັດໄຈພາຍນອກກໍ່ມີຜົນຕໍ່ໄພເງິນເຟີ້ເປັນຕົ້ນແມ່ນອັດຕາແລກປ່ຽນ ແລະ ເງິນເຟີ້ຢູ່ຕ່າງປະເທດ ເພາະວ່າ ທ່າອຽງ ການປ່ຽນແປງເງິນເຟີ້ ຂອງລາວກໍ່ຄ້າຍຄືຂອງປະເທດ ເພື່ອນບ້ານເປັນຕົ້ນແມ່ນເງິນບາດ ໄທ ນັ້ນເປັນຍ້ອນ ສປປ ລາວ ນຳເຂົ້າສິນຄ້າຊົມໃຊ້ຈາກປະເທດໄທເປັນສ່ວນໃຫຍ່.

ນອກຈາກນີ້ ສະຖຽນລະພາບທາງດ້ານອັດຕາແລກປ່ຽນກີບຕໍ່ບາດແມ່ນມີຄວາມສຳຄັນຫລາຍຕໍ່ສະຖຽນລະພາບດ້ານລາຄາ ສະນັ້ນ ການຄາດຄະເນເງິນເຟີ້ຂອງລາວກໍ່ຄືການວາງແຜນນະໂຍບາຍເສດຖະກິດຕ່າງໆນອກຈາກຈະຕິດຕາມປັດໄຈພາຍໃນແລ້ວກໍ່ຄວນມີການ ຕິດຕາມປັດໄຈພາຍນອກນຳ.

ພາບແລະເນື້ອຂ່າວຈາກ

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: