ເອດີບີ ເປີດເຜີຍວ່າ: ການຂະຫຍາຍຕົວທາງເສດຖະກິດຂອງລາວປີນີ້ບັນລຸເກີນເປົ້າເຖິງ 0,4% ຈາກທີ່ຄາດການໄວ້ໃນເບື້ອງຕົ້ນ ຈະເຕີບໂຕໄດ້ພຽງ 7% ແຕ່ສົກ ໃຫມ່ອາດຂະຫຍາຍຕົວຊ້າລົງ ເຖິງລາວຈະເລີ່ມມີການລົງທຶນຂະຫນາດໃຫຍ່ທີ່ຈະປະກອບ ສ່ວນໃຫ້ ຜະລິດຕະພັນພາຍໃນເພີ່ມຂຶ້ນກໍ່ຕາມ ທັງນີ້ກໍ່ເພາະການປ່ຽນແປງຂອງສະພາບດິນຟ້າອາກາດທີ່ມີຜົນກະທົບຕໍ່ການຜະລິດໃນຂະແຫນງ ກະສິກຳ ຂະນະທີ່ປະຊາຊົນຂອງປະເທດສ່ວນໃຫຍ່ຍັງຖືອາຊີບກະສິກຳເປັນຫລັກ.
ທ່ານ ຈອງ ຈີ ນາຍ ຜູ້ຕາງຫນ້າທະນາຄານພັດທະນາອາຊີ ປະຈຳລາວກ່າວມື້ວານນີ້ທີ່ສຳນັກງານທະນາຄານພັດທະນາອາຊີວ່າ: ເສດຖະກິດລາວແມ່ນກຳລັງໄປໄດ້ດີໃນຂອບເຂດອາຊີຕາເວັນອອກສຽງໃຕ້ ພ້ອມຍັງນຳໃຊ້ມາດຕະການກະຕຸ້ນ ເສດຖະກິດຄົບຊຸດທີ່ມີ ປະສິດທິພາບໃນປີ 2008-2009 ຈິ່ງເຮັດໃຫ້ເສດຖະກິດມີທ່າອຽງຂະຫຍາຍຕົວໄປສູ່ທິດທາງທີ່ດີໃນອະນາຄົດ ເຊິ່ງຫນຶ່ງໃນປັດໄຈຍູ້ ຫນູນຄື ການເລີ່ມສົ່ງອອກກະແສໄຟຟ້າທີ່ສຳຄັນຈາກໂຄງການໄຟຟ້າຂະຫນາດໃຫຍ່ນ້ຳເທີນ 2 ແລະ ການເພີ່ມຂຶ້ນຂອງການສົ່ງອອກ ລາຄາທອງແດງ, ຄຳ ແລະ ເງິນ ໃນທົ່ວໂລກໄດ້ມີການປັບປຸງຖານະທາງງົບປະມານໃຫ້ມີສະພາບຄ່ອງ ຈາກບັນດາປັດໄຈເຫລົ່ານີ້ ຄາດວ່າການຂາດດຸນງົບປະມານຂອງລາວຈະຫລຸດລົງ 9% ຂອງຈີດີພີໃນປີນີ້ ແລະ 8% ໃນປີ 2011.
ໃນທາງກົງກັນຂ້າມອັດຕາເງິນເຟີ້ແມ່ນໄດ້ເພີ່ມສູງຂຶ້ນກວ່າທີ່ຄາດຄະເນໄວ້ ເຊິ່ງສູງເຖິງ 6,8% ຕໍ່ປີໃນເດືອນກໍລະກົດ ໂດຍມີຜົນ ມາຈາກການເພີ່ມຂຶ້ນຂອງລາຄາສະບຽງອາຫານ ແລະ ນ້ຳມັນ ແຕ່ເວລາດຽວກັນໄພແຫ້ງແລ້ງກໍ່ໄດ້ກະທົບຕໍ່ສະພາບການຜະລິດລວມ ເຖິງລາຄາສິນຄ້າ ສະນັ້ນ ອັດຕາເງິນເຟີ້ໃນປີ 2010 ຄາດ ຈະຢູ່ປະມານ 6% ແລະ ເພີ່ມຂຶ້ນເປັນ 6,5% ໃນປີ 2011 ທ່ານ ຈອງ ຈີ ນາຍ ກ່າວ.
ຢ່າງໃດກໍ່ຕາມ ທ່ານ ບາເຣນ ຟຣລິງຄ໌ ຮອງຜູ້ຕາງຫນ້າທະນາຄານພັດທະນາອາຊີກ່າວວ່າ: ປີນີ້ ເສດຖະກິດລາວເຕີບໂຕເກີນ ເປົ້າທີ່ຄາດໄວ້ອັນມີຜົນມາຈາກຂະແຫນງອຸດສາຫະກຳ ໂດຍສະເພາະຂະແຫນງບໍ່ແຮ່ ແລະ ພະລັງງານໄຟຟ້າໄດ້ສືບຕໍ່ຂະຫຍາຍຕົວ ພ້ອມດຽວກັນອັດຕາສັ່ງຊື້ສິນຄ້າສົ່ງອອກປະເພດເສື້ອຜ້າກໍ່ເພີ່ມຂຶ້ນປະມານ 15% ຕໍ່ປີນັບແຕ່ໄຕມາດ 2 ຂອງປີ 2010 ບວກກັບການ ເພີ່ມຂຶ້ນເລັກນ້ອຍຂອງຂະແຫນງການທ່ອງທ່ຽວ ແຕ່ຄຽງຄູ່ກັນນັ້ນໄພແຫ້ງແລ້ງ ຜັດເຮັດໃຫ້ການປູກເຂົ້າທີ່ເປັນຄວາມຕ້ອງການຕົ້ນຕໍ ຂອງສັງຄົມຫລ້າຊ້າ ເຊິ່ງບໍ່ສາມາດບັ່ນທອນການຂະຫຍາຍຕົວຂະແຫນງກະສິກຳໃນປີນີ້ ສະນັ້ນ ຄາດວ່າສົກໃຫມ່ອັດຕາການຈະເລີນ ເຕີບໂຕຕໍ່ຫົວຄົນຈະບັນລຸພຽງແຕ່ 7,5%.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:1 ສີງຫາ 2010 ເປັນວັນຄົບຮອບ 450 ປີ (1105 Hits)Preparation for Miss Laos 2010 (870 Hits)
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)ທະນາຄານ ພັດທະນາລາວ ເປີດນຳ ໃຊ້ຕູ້ເອທີເອັມ (1624 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







