ລັດ ຈະອອກໃບ ສອງພັນກີບ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Domestic ລັດ ຈະອອກໃບ ສອງພັນກີບ

ລັດ ຈະອອກໃບ ສອງພັນກີບ

E-mail Print PDF

ທະນາຄານ​ແຫ່ງ ສປປ ລາວ​ໄດ້​ຈັດຖະ​ແຫລ​ງຂ່າວ ກ່ຽວ​ກັບ​ການ​ເອົາ​ເງິນ​ປະ​ເພດ​ໃບ​ 2.000 ກີບ​ທີ່​ໄດ້​ປັບປຸງ​ໃໝ່ ອອກ​ສູ່​ມວນ​ຊົນ ໃນ​ວັນທີ 28 ພະຈິກ 2011, ຢູ່​ທະນາຄາ​ນດັ່ງກ່າວ.  ທ່ານ ສຸ​ພັດ ​ໂຄດ​ໂຍທາ, ຫົວໜ້າ​ກົມ​ເງິນຕາ ທະນາຄານ ແຫ່ງ ສປປ ລາວ ​ໄດ້​ກ່າວ​ວ່າ: ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ຕົກລົງ​ເອົາ​ເງິນ​ປະ​ເພດ​ໃບ​ລະ 2.000 ກີບ ອອກ​ຈໍລະ​ຈອນ ນັບ​ແຕ່​ວັນ​ທີ 1 ທັນວາ 2011 ເປັນຕົ້ນ​ໄປ ​​ເພື່ອ​ເປັນ​ການ​ຄຳນັບ​ຮັບ​ຕ້​ອນວັນຊາດ​ທີ 2 ທັນວາ ຄົບຮອບ 36 ປີ, ​ເພື່ອ​ປັບປຸງ​ໂຄງ​ປະກອບ ​ແລະ ຄຸນ​ນະພາ​ບຂອງ​ໃບ​ເງິນ​ໃນ​ຂອດ​ຈໍລະ​ຈອນ​ໃຫ້​ດີ​ຂຶ້ນ, ສົ່ງ​ເສີມ​ການ​ນຳ​ໃຊ້​ເງິນ​ກີບ​ໃຫ້​ນັບ​ມື້ກວ້າງຂວາງ​ຕອບ​ສະໜອງ​ຄວາມ​ຕ້ອງການ ການ​ຊຳລະ​ສິນຄ້າ​ ແລະ ຄ່າ​ບໍລິຫານ​ໃຫ້​ສະດວກ​ສະບາຍ​ຍິ່ງ​ຂຶ້ນ,​ ເຮັດ​ໃຫ້​ເງິນ​ໃບ 2.000 ​ກີບ ​ໃນ​ຂອດ​ຈໍລະ​ຈອນ​ມີ​ຄຸນ​ນະພາ​ບດີ​ຂຶ້ນກວ່າ​ເກົ່າ, ມີ​ລັກສະນະ​ພິ​ເສດ​ເພື່ອ​ປ້ອງ​ກັນ​ການ ​ປອມ​ແປງ. ​

ຊຶ່ງເງິນ​ໃບ 2.000 ກີບ​ ທີ່​ປ​ັບປຸງ​ໃໝ່ ແລະ ປະກາດ​ນຳ​ໃຊ້​ນັບ​ແຕ່​ວັນ​ທີ 1 ທັນວາ 2011 ເປ​ັນຕົ້ນ​ໄປ, ຈະ​ໄດ້​ນຳ​ໃຊ້​ຄ່ຽງຄູ່​ກັບ​​ເງິນ​ໃບ 2.000 ເກົ່າ ທີ່​ໄດ້​ພິມ​ ອອກ​ໃຊ້​ຊຸມ​ປີຜ່ານມາ. ເງິນ​ໃບ​ 2.000 ກີບ​ລຸ້ນ​ເກົ່າ ​ແລະ ລຸ້ນປັບປຸງ​ໃໝ່​ລ້ວນ​ແລ້ວ​ແຕ່​ມີ​ຄຸນຄ່າ​ເທົ່າ​ທຽມ​ກັນ. ​ໂດຍລັກສະ​ນະ​ເຕັກນິກ​ຂອງ​ເງິນ​ໃບ​ 2.000 ກີບ​ທີ່​ປັບປຸງ​ໃຫມ່​ມີ​ຮູບ​ແບບ ​ແລະ ສີສັນ​ໂດຍ​ພື້ນຖານ​ແມ່ນຍັງ​ຮັກສາ​ໄວ​ຄື​ເງິນ​ໃບ 2.000 ກິບ ລຸ້ນ​ເກົ່າ ​ແລະ ໄດ້ຍົກ​ລະດັບ​ຄຸນ​ນະພາ​ບພາບ​ຂອງ​ເຈ້້ຍ, ປັບປຸງ​ ເສັ້ນລວມລາຍ ​ແລະ ສີສັນ, ຍົກ​ລະດັບ​ທາງ​ດ້ານ​ເຕັກ​ນິກການ​ພິມ, ການ​ປ້ອງ​ກັນ​ການ​ປອມ​ແປງ​ດ້ວຍ​ການ​ອັດ​ສຳ​ເນົາ ​ແລະ ການສະ​ແກນ. ຂະໜາດ​ຂອງ​ ໃບ​ເງິນ: ລວງ​ກວ້າງ 66 ມມ ​ແລະ ຍາວ 142 ມມ. ຊຶ່ງດ້ານໜ້າ: ມີ​ຮູບ​​ປະທານ​ໄກສອນ ພົມວິຫານໄດ້​ປັບປຸງ​ໃຫ້​ຈົບງາມ​ກວ່າ​ເກົ່າ, ມີ​ຮູບ​ວັດ​ຊຽງ​ທອງ, ຮູບ​ເຄື່ອງ ໝາຍ​ກາຊາດ ພິມ​ດ້ວຍ​ສີສະ​ທ້ອນແສງ, ​ເລກ​ລຳດັບ​ໃບ​ເງິນ ມີ​ທັງຕົວ​ເລກລາວ ​ແລະ ຕົວ​ເລກ​ສາກົນ. ແລະ ດ້ານ​ຫລັງ: ຕົວ​ໜັງສື​ທະນາຄານ​ແຫ່ງ ສປປ ລາວ​ໃໝ່ ແລະ ຊັດ​ເຈນ​ກວ່າ​ເກົ່າ, ຮູບ​ເຄື່ອນ​ໄຟຟ້າ​ເຊ​ເສັດ II ໄດ້​ປັບປຸງ​ໃຫ້​ແຈ້ງ​ດີ​ຂຶ້ນ, ຕົວ​ເລກ​ລາວ ​ແລະ ຕົວ​ເລກ​ສາກົນ ໄດ້​ປັບປຸງ​ໃຫ້​ໃຫຍ່ ແລະ ຈະ​ແຈ້ງກວ່າ​ເກົ່າ, ​ໄດ້​ເພີ້​ມສິລະປະ​ລວມລາຍ​ຂອງ​ລາວ.

ທ່ານ ຫົວໜ້າ​ກົມ​ເງິນຕາ ທະນາຄານ ແຫ່ງ ສປ ລາວ​ ​ໄດ້​ກວ່າ​ຕື່ມ​ວ່າ: ການ​ພິມ​ຈຳໜ່າຍ​ໃບ 2.000ກີບ​ຈະ​ບໍ່​ເພີ້​ມ​ເງິນ​ໃນ​ຂອດ​ຈໍລະ​ຈອນ ແລະ ບໍ່​ເປັນ​ປັດ​ໃຈ​ ເຮັດ​ໃຫ້​ມີ​ໄພ​ເງິນ​ເຟີ້​ເພາະ​ການ​ພິມ​ຈຳໜ່າຍ​ແມ່ນ​ຢູ່ຂອບ​ຂອງ​ແຜນ​ເງິນຕາ​ຂອງ​ທະນາຄານ​ແຫ່ງ ສປປ ລາວ. ແມ່ນ​ການ​ປ່ຽນ​ແທນ​ເງິນ​ເກົ່າ​ທີ່​ເຊື່ອມ​ຄຸນ​ນະພາ​ບ, ຈະ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຊຳລະ​ສະ​ສາງ, ​ເປັນ​ພາຫະນະ​ເພື່ອ​ແລກປ່ຽນ ແລະ ​ໃຊ້​ເປັນ​ເງິນ​ທອນ.​

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: