ເປີດຕົວບໍລິສັດ ຫລັກຊັບລ້ານຊ້າງ ຢ່າງເປັນທາງການ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Business Companies ເປີດຕົວບໍລິສັດ ຫລັກຊັບລ້ານຊ້າງ ຢ່າງເປັນທາງການ

ເປີດຕົວບໍລິສັດ ຫລັກຊັບລ້ານຊ້າງ ຢ່າງເປັນທາງການ

E-mail Print PDF

ບໍ­ລິ­ສັດ​ ຫລັກ​ຊັບ​ລ້ານຊ້າງ ມະ­ຫາ­ຊົນ ເຊິ່ງ​ເປັນ​ຜູ້​ໃຫ້​ບໍລິ​ການ​ຊື້Œ-ຂາຍ​ຫລັກ​ຊັບ​ລວມ​ເຖິງໃຫ້​ຄຳ​ປຶກ­ສາ​ດ້ານ ​ການ​ເງິນ ໄດ້ເປີດ​ຕົວ­ຢ່າງ​ເປັນ​ທາງ​ການ​ໃນຕອນ​ຄ່ຳ​ວັນ​ທີ 25 ມີ­ນາ ຫລັງ  ຈາກ​ທີ່​ດຳ­ເນີນ​ການ­ເຄື່ອນ­ໄຫວມາ​ເປັນ​ເວ­ລາ​ສາມ​ເດືອນ.

ພິ­ທີ​ເປີດ​ໄດ້ຈັດ​ຂຶ້ນ​ທີ່​ໂຮງ­ແຮມ​ດອນ​ຈັນ​ພາເລດ ນະ­ຄອນ­ຫລວງ​ວຽງ​ຈັນ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ສົມ​ສະ­ຫວາດ ເລັ່ງສະ​ຫວັດ ຮອງ​ນາ­ຍົກ​ລັດ​ຖະ​ມົນຕີ, ຜູ້​ປະ­ຈຳ­ການ​ລັດ­ຖະ­ບານ, ທ່ານ ຕະ​ມິງ ເຈົ່າ ເອກ​ອັກ​ຄະລັດ​ຖະ​ທູດ​ແຫ່ງ ສສ ຫວຽດນາມ​ປະ­ຈຳ​ລາວ; ມີ​ບັນ­ດາ​ປະທານ​ສະ­ພາ​ບໍ­ລິ­ຫານ, ຕະ­ຫລອດຮອດ​ພະ­ນັກ­ງານ ແລະ ນັກ​ທຸ­ລະກິດ​ເຂົ້າ​ຮ່ວມ.

ບໍ­ລິ­ສັດ​ຫລັກ​ຊັບ​ລ້ານ​ຊ້າງ​ມະຫາ​ຊົນ ເປັນ​ບໍ­ລິ­ສັດ​ຮ່ວມ​ທຸ­ລະ​ກິດລະ­ຫວ່າງ​ທະ­ນາ­ຄານ​ພັດ­ທະ­ນາລາວ ແລະ ບໍ­ລິ­ສັດ​ຫລັກ​ຊັບ​ຊາຄອມ​ແບງ​ແຫ່ງ ສສ ຫວຽດ­ນາມ ຖືກ​ສ້າງ​ຂຶ້ນ​ໃນ​ວັນ​ທີ 11 ພະ­ຈິກ 2010 ຕາມ​ຂໍ້​ຕົກ­ລົງ​ຂອງ​ທະ​ນາຄານ​ແຫ່ງ ສປປ ລາວ ດ້ວຍ​ທຶນຈົດ​ທະ­ບຽນ 100 ຕື້​ກີບ; ໃນ​ນັ້ນ ບໍ­ລິ­ສັດ​ຫລັກ​ຊັບ​ຊາ​ຄອມ​ແບງ​ຖື ຮຸ້ນ 50,5%, ທະ­ນາ­ຄານ​ພັດທະ​ນາ​ລາວ 48,5%, ພະ­ນັກງານ​ບໍ­ລິ­ສັດ​ຊາ​ຄອມ​ແບງ 0,5% ແລະ ພະ­ນັກ­ງານ​ທະ­ນາ­ຄານ​ພັດທະ​ນາ​ລາວ​ຖື​ຮຸ້ນ 0,5%.

ທ່ານ ວິ­ໄລ​ມິດ ອັກ​ຄະ​ວົງ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດຫລັກ​ຊັບ​ລ້ານ​ຊ້າງ​ມະ­ຫາ­ຊົນ​ກ່າວວ່າ: ຕະ­ຫລອດ​ໄລ­ຍະ 3 ເດືອນທີ່​ບໍ­ລິ­ສັດ​ດຳ­ເນີນ​ການ­ເຄື່ອນ­ໄຫວ ເບິ່ງ​ລວມ​ແລ້ວ​ເຫັນ​ວ່າ​ວຽກ​ງານກໍ່​ເດີນ​ແມ່ນ​ແລ່ນ​ສະ­ດວກ​ພໍ​ສົມຄວນ, ຜ່ານ​ມາ ໄດ້​ສຳ­ເລັດ​ການເປັນ​ທີ່​ປຶກ­ສາ​ໃຫ້​ທະ­ນາ­ຄານ​ການຄ້າ​ຕ່າງ­ປະ­ເທດ​ລາວ​ໃນ​ ການ​ຫັນເປັນ​ມະ­ຫາ­ຊົນ ແລະ ຄ້ຳ­ປະ­ກັນໃຫ້​ທະ­ນາ­ຄານ​ດັ່ງ­ກ່າວ​ໃນ​ຕະຫລາດ​ຂັ້ນ​ຫນຶ່ງ ເຊິ່ງ​ເປັນ​ລູກ​ຄ້າຫລາຍ​ທຳ​ອິດ ພ້ອມ​ດຽວ​ກັນ​ນັ້ນ ຍັງ​ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າໃຈ ແລະ ສັນ­ຍາ​ນຳ​ບັນ­ດາ​ບໍ​ລິສັດ​ຈຳ­ນວນ​ຫນຶ່ງ​ທີ່​ຕ້ອງ­ການ​ທີ່ປຶກ­ສາ​ໃນ​ການ​ຫັນ ​ເປັນ​ບໍ­ລິ­ສັດມະ­ຫາ­ຊົນ, ເປັນ​ທີ່​ປຶກ­ສາ​ດ້ານການ​ເງິນ, ການ​ລະ­ດົມ​ທຶນ​ຜ່ານຕະ­ຫລາດ​ຫລັກ​ຊັບ ໂດຍ​ການ​ຈຳຫນ່າຍ​ຮຸ້ນ ແລະ ອື່ນໆ.

ຢ່າງ­ໃດ​ກໍ່​ຕາມ ພວກ​ເຮົາ​ກໍ່ຍັງ​ຂາດ​ບົດ­ຮຽນ​ໃນ​ການ​ດຳ­ເນີນທຸ­ລະ​ກິດ​ປະ­ເພດ​ນີ້, ແຕ່​ດ້ວຍຄວາມ​ຕັດ­ສິນ​ໃຈ​ຂ້າ­ພະ­ເຈົ້າ​ຈະ​ພະຍາ​ຍາມ​ນຳ​ບໍ­ລິ­ສັດ​ຫລັກ​ຊັບ​ ລ້ານຊ້າງ​ມະ­ຫາ­ຊົນ​ໃຫ້​ກາຍ­ເປັນ​ບໍ​ລິສັດ​ທີ່​ມີ​ຄວາມ​ເຂັ້ມ­ແຂງ​ທາງ​ ດ້ານການ​ເງິນ, ດຳ­ເນີນ​ທຸ­ລະ​ກິດ​ມີຜົນ​ກຳ­ໄລ, ທ່ານ ວິ­ໄລ​ມິດ ກ່າວ ເນັ້ນ.

ບໍ­ລິ­ສັດ​ຫລັກ​ຊັບ​ລ້ານ​ຊ້າງ​ມະຫາ​ຊົນ ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ຊັ້ນ 5 ສຳນັກ­ງານ​ຕະ­ຫລາດ​ຫລັກ​ຊັບລາວ ບ້ານ​ໂພນ​ທັນ​ເຫນືອ ເມືອງໄຊ​ເສດ​ຖາ ນະ­ຄອນ­ຫລວງ​ວຽງຈັນ ໂດຍ​ມີ​ຜະ­ລິດ​ຕະ​ພັນ​ການ​ບໍ​ລິການ​ຄື: ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາດ້ານ​ການ​ເງິນ, ຄ້ຳ­ປະ­ກັນ​ການຂາຍ​ຫລັກ​ຊັບ, ບໍ­ລິ­ການ​ນາຍຫນ້າ​ຊື້Œ-ຂາຍ​ຫລັກ​ຊັບ ແລະ ການ​ບໍ­ລິ­ການ​ຊື້Œ-ຂາຍ​ຫລັກ​ຊັບ.

ພາບແລະເນື້ອຂ່າວຈາກ
 

Comments:

Related News
Related News:
Latest News
Latest News:
Most Read News
Most Read News:
Author News
More from this author: