ມື້ວານນີ້ ໄດ້ມີພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ເດີນທາງໄປຖອນເງິນຢູ່ທະນາຄານພົງສະຫວັນຈຳກັດ ອອກຈາກບັນຊີ ຫລັງຈາກໄດ້ຮັບຂ່າວລືກ່ຽວກັບຄວາມບໍ່ຫມັ້ນຄົງທາງດ້ານການເງິນຂອງທະນາຄານລວມເຖິງການຈັບຕົວຜູ້ອຳນວຍການ ທະນາຄານພົງ ສະຫວັນຈຳກັດ.
ຈາກເຫດການດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຮ່ວມກັບທະນາຄານພົງສະຫວັນຈຳກັດ ຈິ່ງໄດ້ອອກມາຖະແຫລງຕໍ່ມວນຊົນ ທີ່ທະນາຄານພົງສະຫວັນ ສາຂານະຄອນຫລວງວຽງຈັນ ເພື່ອລາຍງານຄວາມເປັນຈິງຕໍ່ມວນຊົນກໍ່ຄືສັງຄົມໃຫ້ໄດ້ຮັບຮູ້ຂໍ້ມູນ-ຂ່າວສານ ທີ່ແທ້ຈິງບໍ່ໃຫ້ເກີດມີຜົນກະທົບທີ່ຮ້າຍແຮງຕໍ່ສະຖາບັນການເງິນຂອງປະເທດ.
ໂດຍທ່ານ ພຸດທະໄຊ ສີວິໄຊ ຫົວຫນ້າກົມຄຸ້ມຄອງທະນາຄານທຸລະກິດແລະສະຖາບັນການເງິນ ເຊິ່ງໄດ້ຮັບການມອບຫມາຍຈາກ ທະນາຄານແຫ່ງ ສປປ ລາວ ໃຫ້ເຂົ້າຮ່ວມຖະແຫລງຂ່າວຕໍ່ມວນຊົນ ໄດ້ຢືນຢັນເຖິງຄວາມຫມັ້ນຄົງທາງຖານະການເງິນຂອງທະນາຄານ ພົງສະຫວັນ ຈຳກັດ. ຂະນະທີ່ຂ່າວລືການຈັບຕົວຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນແມ່ນບໍ່ມີມູນຄວາມຈິງໃດໆທັງນັ້ນ.
ທ່ານກ່າວຕື່ມວ່າ: ໃນຖານະເປັນຜູ້ຄຸ້ມຄອງທະນາຄານທຸລະກິດທາງກົມຂອງພວກເຮົາໄດ້ກວດກາຢ່າງເປັນປົກກະຕິເປັນປະຈຳວັນ, ປະຈຳເດືອນ ເຊິ່ງເຫັນວ່າທະນາຄານພົງສະຫວັນເປັນທະນາຄານທຸລະກິດເອກະຊົນທີ່ມີຄວາມເຂັ້ມແຂງ, ມີຖານະການເງີນທີ່ຫມັ້ນຄົງ. ສະນັ້ນ ການສະຫນອງຂໍ້ມູນທີ່ບໍ່ຖືກຕ້ອງໄດ້ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈຜິດ ແລ້ວພ້ອມກັນແຫ່ກັນເຂົ້າມາຖອນເງິນອັນກໍ່ໃຫ້ ເກີດມີຄວາມສັບສົນ. ດັ່ງນັ້ນ ຈິ່ງຂໍ້ໃຫ້ທຸກທ່ານເຊື່ອຫມັ້ນຕໍ່ຄວາມຫມັ້ນຄົງຂອງທະນາຄານເງິນຝາກທຸກກີບຂອງທ່ານຈະບໍ່ຕົກເຮ່ຍເສຍ ຫາຍ.
ຂະນະທີ່ ທ່ານ ເດດພູວັງ ມູລຣັຕນ໌ ຜູ້ຊ່ວຍຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ກ່າວຕໍ່ຫນັງສືພິມເສດຖະກິດສັງຄົມໃນ ຕອນຄຳວານນີ້ວ່າ: ນີ້ ເປັນເຫດການທີ່ກຸ່ມຄົນບໍ່ຫວັງດີປ່ອຍຂ່າວ ອອກມາຫວັງມ້າງເພສະຖາບັນການເງິນເອກະຊົນທີ່ມີຊື່ສຽງຂອງປະເທດ ເພື່ອໃຫ້ເກີດຄວາມສູນເສຍທາງດ້ານເສດຖະກິດໂດຍລວມຂອງຊາດ ລວມທັງສ້າງພາບພົດອັນບໍ່ດີຕໍ່ສະຖາບັນການເງິນແຫ່ງຊາດ ກໍ່ຄືທະ ນາຄານແຫ່ງ ສປປ ລາວ.
ໃນຄວາມເປັນຈິງ ທະນາຄານພົງສະຫວັນຈຳກັດຖືເປັນທະນາຄານທຸລະກິດເອກະຊົນທີ່ໄດ້ມາດຖະການສາກົນທະນາຄານຫນຶ່ງທີ່ ຄົນລາວຄວນເອກອ້າງທີ່ໄດ້ຜ່ານການກວດສອບຂອງທະນາຄານແຫ່ງ ສປປ ລາວ ກໍ່ຄືສະຖານບັນການເງິນສາກົນຢ່າງເຂັ້ມງວດ. ທີ່ ສຳຄັນທະນາຄານພົງສະຫວັນຍັງປະຕິບັດໄດ້ເກີນມາດຕະຖານຂອງທະນາຄານແຫ່ງ ສປປ ລາວ ວາງອອກເຊັ່ນ: ການຖອກພັດທະ ນາໃຫ້ລັດ, ການຄ້ຳປະກັນຄວາມສ່ຽງໃນການປ່ອຍສິນເຊື່ອກໍ່ສູງເຖິງ 26% (ມາດຕະຖານຂອງທຫລແມ່ນ8%). ນອກນັ້ນທະນາຄານ ພົງສະຫວັນຍັງເປັນສະມາຊິກກອງທຶນປົກປ້ອງຜູ້ຝາກເງິນຂອງທຫລນຳອີກ, ທ່ານຜູ້ຊ່ວຍຄະນະຜູ້ວ່າການ ທຫລ ກ່າວຢ້ຳ.
ດ້ານທ່ານ ອ໊ອດ ພົງສະຫວັນ ອຳນວຍການໃຫຍ່ທະນາຄານພົງສະຫວັນ ຈຳກັດ ກໍ່ໄດ້ອອກມາຢືນຢັນຕໍ່ມວນຊົນເຖິງການນຳໃຊ້ ເງິນໃນການປ່ອຍສິນເຊື່ອເງິນກູ້ຕ່າງໆ ລວມທັງການຝາກຖອນເງິນຕ່າງໆວ່າ: ແມ່່ນຍັງນຳໃຊ້ເງິນຂອງທະນາຄານເອງ ແລະຍັງບໍ່ທັນ ໄດ້ແຕະຕ້ອງເງິນທີ່ຈົດທະບຽນຂອງທະນາຄານກັບທະນາຄານກາງທີ່ມີມູນຄ່າ 10 ລ້ານກວ່າໂດລາສະຫະລັດ. ພ້ອມປະຕິເສດຂ່າວລື ການທີ່ຕົນເອງຖືກຈັບ.
ທ່ານກ່າວອີກວ່າ: ຂອບໃຈທີ່ສັງຄົມໃຫ້ການສະຫນັບສະຫນູນ ຕະຫລອດມາ, ທະນາຄານພົງສະຫວັນຍັງມີຖານະການເງິນທີ່ຫມັ້ນ ຄົງ ແລະ ພ້ອມທີ່ຈະສະຫນອງຜະລິດຕະພັນໃຫມ່ໆ ແລະຢູ່ຄຽງຄູ່ກັບສັງຄົມລາວຕະຫລອດໄປດ້ວຍຄຳຂວັນທີ່ວ່າ: ທະນາຄານພົງສະ ຫວັນມຸ່ງຫມັ້ນໃຫ້ທ່ານຫລາຍກວ່າ ໂດຍຫວັງວ່າສັງຄົມຈະໃຫ້ການສະຫນັບສະຫນູນ ແລະມີຄວາມເຊື່ອຫມັ້ນຕໍ່ທະນາຄານພົງສະຫວັນ ຈຳກັດ ການທີ່ເຮັດໃຫ້ປະຊາຊົນ ມີຄວາມແຕກຕື່ນໄດ້ແບບນີ້ແມ່ນຜູ້ບໍ່ຫວັງດີໄດ້ມີການວາງແຜນມາແລ້ວ.
ປະຈຸບັນຈຳນວນເງິນໃນບັນຊີເງິນຝາກຕ່າງໆຂອງທະນາຄານ ມີເກືອບ 80 ລ້ານໂດລາສະຫະລັດ ໂດຍຈຳນວນຜູ້ມາຖອນເງິນ ໃນບັນຊີແມ່ນເປັນພຽງສ່ວນຫນ້ອຍເທົ່ານັ້ນ ເຊິ່ງສ່ວນໃຫຍ່ຈະເປັນປະຊາຊົນທົ່ວໄປ ແລະຊາວຄ້າຂາຍ ສ່ວນບັນດາພະນັກງານ ແລະ ລູກຄ້າລາຍໃຫຍ່ຕ່າງໆຂອງທະນາຄານຈະມີຈຳນວນຫນ້ອຍ, ທ່ານ ອ໊ອດ ພົງສະຫວັນ ກ່າວເນັ້ນ.
ໃນຂະນະທີ່ກຳລັງລາຍງານຂ່າວຢູ່ນີ້, ທາງທະນາຄານພົງສະຫວັນຈຳກັດ ກໍ່ກຳລັງເຮັດຫນັງສືສະເຫນີຕໍ່ລັດຖະບານ ເຊິ່ງຫນັງສືພິມ ເສດຖະກິດສັງຄົມຈະໄດ້ລາຍງານໃຫ້ຊາບຕໍ່ໄປ.
ດ້ານ ທ່ານ ພຸດທະໄຊ ສີວິໄຊ ຍັງໄດ້ເນັ້ນອີກວ່າ: ສຳລັບຜູ້ທີ່ສ້າງຄວາມສັບສົນແກ່ສັງຄົມຈົນເກີດຄວາມບໍ່ສະຫງົບໃນຄັ້ງນີ້ ທາງ ພາກສ່ວນເຈົ້າຫນ້າທີ່ທີ່ກ່ຽວຂ້ອງຈະໄດ້ຕິດຕາມຕົວ ເພືື່ອນຳມາດຳເນີນຄະດີຕາມກົດຫມາຍ ຕໍ່ໄປເພາະການກະທຳດັ່ງກ່່າວກະທົບເຖິງ ຄວາມຫມັ້ນຄົງຂອງສະຖາບັນການເງິນແຫ່ງຊາດ.
| ພາບແລະເນື້ອຂ່າວຈາກ |
Comments:
- Related News
- Related News:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (517 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)ທະນາຄານ ພັດທະນາລາວ ເປີດນຳ ໃຊ້ຕູ້ເອທີເອັມ (1624 Hits)
- Author News
- More from this author:New Lao Genii girl group (1096 Hits)Mongolia looks to sweeten trade with Laos (812 Hits)Laos reviews 25 years of economic reform (520 Hits)Australian government provides H1N1 vaccines (327 Hits)Lady's hot hit song "Soot ti Huk" (756 Hits)Yom Jai Orn (978 Hits)







