ແຜນສະຖາປະນາວຽງຈັນ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Article Lao Studies ແຜນສະຖາປະນາວຽງຈັນ

ແຜນສະຖາປະນາວຽງຈັນ

E-mail Print PDF
ການກຽມແຜນການສະຖາປະນາວຽງຈັນເປັນນະຄອນຫລວງນັ້ນ ຫມາຍເຖິງການ ວາງແຜນແລະກຽມແຜນກັບຄະນະຜູ້ຈະເດີນທາງໃນ 5ຂັ້ນຕອນຂອງການຍ້າຍເມືອງຄື ຕຽມການພິທີເບື້ອງຕົ້ນ ພິທີຣາຊາພິເສກ ພີທີເບື້ອງປາຍແລະພິທີສະເດັດລຽບເມືອງທັງ 5 ຂັ້ນຕອນນັ້ນແມ່ນໄດ້ປະຕິບັດຊັດເຈນທີ່ຊຽງໃຫມ່ແລະທີ່ຊຽງທອງ, ການຕຽມການແມ່ນການ ຕຽມເຄື່ອງຣາຊູປະໂພກ ການຕຽມນ້ຳສັກສິດ ການຈາຣຶກ ຫລາບຄຳ ແລະກາປະທັບມ ແລະວັນເຣີກງາມຍາມດີ (ຄືເປັນວັນທີ່ບໍ່ແມ່ນວັນ ຫລື ດິຖີເຣີກຫ້າມກະທຳການມຸງຄຸນຕາມ ທີ່ບູຮານລາວໄດ້ຫ້າມໄວ້ອັນໄດ້ແກ່ວັນສົງ14 ນາຣີ 11 ດອງ 7 ປົງສົບ 15 ວັນເຫລົ່ານີ້ບໍ່ດີຫ້າມກະທຳ)ວັນນອກນັ້ນແມ່ນດີຫມົດ ຍິ່ງກົງກັບວັນດິຖີມະຫາໂຊກຍິ່ງດີ ໂດຍສະ ເພາະກົງກັບວັນອາທິດແຮມ 6 ຄ່ຳເດືອນ 8 ກໍດີແລະເປັນວັນມະຫາໂຊກ

      ພິທີເບື້ອງຕົ້ນ ເປັນພິທີທາງສາສນາສູດອະພິມະຫາພິທີຕຣີໂລກະນາດ ເປັນການສູດ ປະຈຳວັນ 7 ວັນ, ໂດຍສະເພາະໃນມື້ທຳອິດກ່ອນສູດເປັນພິທີປ່າວປະກາດເທວະດານັ້ນ ເປັນການເລີ່ມງານ, ພິທີເບື້ອງຕົ້ນເປັນພິທີກຽມຕາມຕຳຣາຄື ສ້າງສອງ ຫນອງສາມ ລ່າມສີ່ ສີຫ້າ (ສ້າງສອງມີສ້າງທ້າວ ສ້າງນາງ ແຕ່ບາງແຫ່ງເປັນ ສ້າງສີ່ ເພີ່ມສ້າງທໍ່ ສ້າງເຫວີຍ, ຫນອງສາມຄືຫນອງດ້ວງ ຫນອງຈັນ ຫນອງຄັນແທ້, ລ່າມສີ່ ຄືລ່າມກວນ ລ່າມໂພນໄຊ ລ່າມທ່າພລານໄຊ ລ່າມຫນອງເຕົ່າ, ສີຫ້າ ຄື ສີໂລກ ສີຖານ ສີບົວບານ ສີເມືອງ ສີມຸງຄຸນ)ເພື່ອສັກກາຣະພຣະຍານາກຜູ້ຮັກສາເມືອງເຊັ່ນກາຍະໂລຫະນາກຢູ່ປ່າພຸດທະວົງ, ເອກະຈັກສຸນາກຢູ່ຮ່ອງແກ, ສຸຄັນທະນາກຢູ່ຫາດຊາຍກາງຂອງ, ເຊດຖະໄຊຍະນາກຢູ່ຫນອງຄັນແທ ນາກຕົວນີ້ເຈາະປ່ອງແຕ່ຫນອງຄັນ​ແທເຊື້ອນ້ຳມາປ່ອງຫນອງຫໍໄຊແລະເຈາະແຕ່ຫໍໄຊມາປ່ອງນ້ຳຂອງ, ສະຫັດສະນາກເຈາະແປວອອກມາຫາຂອງປ່ອງທີ່ທ່າພັນພ້າວ, ນາກສອງຕົວນີ້ທຽວນ້ຳຂອງເປັນປົກກະຕິເມື່ອຣະດູຝົນຢູ່ຫນອງກັນທັບພະ (ຫນອງຄາຍ)ແລະຢູ່ທ່ານາເຫນືອ, ຣິດທິໄກຢູ່ທ່ານາໃຕ້, ສີສະຫວາດຢູ່ໂຄກຄຳ, ອິນທະຈັກຢູ່ປ່າສີມັງຄະລະ, ອິນທະສິຣິຈຽມປາງເປັນເທບຜູ້ປະເສີດດ້ວຍປັນຍາຢູ່ອາກາດກາງວຽງພຽງຫາດຊາຍ, ປະສິດທິສັກກະແລະຣັດຕະນະເກສີ ເປັນເທບສອງຕົນຢູ່ສ້າງທ້າວສ້າງນາງ, ອິນທະຜະຫຍອງເປັນເທບຜົມກູດຢູ່ບຶງຂະຫຍອງກ້ຳໃຕ້, ປັນສະນາຣີ ເປັນເທບມີຣິດຢູ່ສະພັງ, ແລະສະຫລາ ສະຫນິດເປັນເທບຢູ່ສະກ້ຳໃຕ້ຕີນວຽງ (ຈົດຫມາຍເຫດຫຍ້ໍວຽງຈັນສະບັບໃບລານຂອງຫໍສະຫມຸດວຽງຈັນ, ຄຳ ຈຳປາແກ້ວມະນີ, 1980,40-41 ແລະສຸເນດ, ອຸຣັງຄະທາດ, 2003, ຫນ້າ 42 ແລະເບ່ີງພາກຜະນວກທ້າຍເຫລັ້ມນີ້).

      ພິທີບໍຣົມມະຣາຊາພິເສກ ເລີ່ມຕອນເຊົ້າ ເປັນພິທີສົງນ້ຳອະພິເສກຈາກນ້ຳ ສັກສິດ ທີ່ມາຈາກຫົກສ້າງແລ້ວຊົງເຄ່ືອງຕົ້ນຂາວແລ້ວຂຶ້ນປະທັບ ບັນລັງທີ່ແວດລ້ອມໄປດ້ວຍຣາຊະບັນດິດ ພຣາມແລະເສນາອາມາດ ຈາກນັ້ນອັງເຊີນພຣາມ ເຂົ້າປະຈຳທິດທັງ 8 ທິດເພ່ືອ ໃຫ້ປົກປັກຮັກສາໃນທິດນັ້ນໆ ຫົວຫນ້ານັກປຣາດຣາຊະບັນດິດທຳພິທີເຊີນພຣະອິສວນ ຈາກເຂົາໄກລາດມາສະຖິດໃນພຣະອົງເປັນສົມມຸດຕິເທບ ຈາກນັ້ນຖວາຍພຣະນາມຖວາຍເຄ່ືອງຣາຊະກະກຸດພັນເປັນພາສາບາລີແລະ ພຣະມະຫາກະສັດຊົງຮັບເອົາຕຳແຫນ່ງດ້ວຍຄຳວ່າ “ສາທຸ 3 ຄັ້ງ“ ຈາກນັ້ນ ພຣະມະຫາຣາຊະຄູຖວາຍຫລາບ ຄຳແລະເຄ່ືອງຣາຊູປະໂພກອ່ືນໆ, ພຣະອົງຊົງກ່າວຮັບຕຳແຫນ່ງວ່າ ດູກ່ອນພຣາມອາມາດ ຣາຊະບັນດິດ ບັດນີ້ເຮົາຊົງພາຣະປົກຄອງແຜ່ນດິນໂດຍທັມ ເພ່ືອປະໂຫຍດເພ່ືອຄວາມສຸກ ແກ່ຊາວປະຊາອານາຣາດສະດອນ ເຮົາເປັນເຈົ້າຊີວິດເຫນືອທ່ານທັງຫລາຍ ແລະຈະປົກຄອງໂດຍທັມສືບໄປ ທ່ານທັງຫລາຍຈົ່ງໄວ້ວາງໃຈແກ່ເຮົາເຖີດ, ພົນເສບປະໂຄມດົນຕຣີມະໂຫຣີປີ່ພາດ ຝ່າຍພຣະສົງສວດໄຊຍະມຸນຄຸນຄາຖາ ແລະຕີຄ້ອງກອງທຸກວັດທົ່ວອານາຈັກ.

      ພີທີເບື້ອງປາຍ ແມ່ນພິທີຕໍ່ຈາກພິທີຣາຊາພິເສກຄືພິທີຮັບການຖວາຍສັດປະຕິນຍາ ຈາກພຣະຣາຊະວົງເສນາ, ອາມາດໄພ່ຟ້າຂ້າແຜ່ນດິນທັງປວງແລະພິທີປະກາດແຕ່ງຕັ້ງແຫນ່ງຫນ້າທີ່​ເປັນຫລັກໆໃນການປົກຄອງບ້ານເມືອງ,ຈາກນັ້ນສະເດັດຂຶ້ນພຣະຣາຊະມົນທຽນໃຫ້ເຈົ້ານາຍຝ່າຍໃນຖວາຍພຣະພອນແລ້ວເອນພຣະກາຍລົງນອນເອົາເຣິກໄຊ. 

 

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: