ພຣະ​ເຈົ້າ​ໄຊ​ຍະ​ເຊ​ດຖາ ​ທິຮາດ​ສະ​ເດັດ ກັບນະຄອນ ຊຽງທອງ | VIENTIANEHOUR.com - All Lao News, Business, Economic, Entertainment...
VientianeHour

Sunday, May 20th

Last update12:47:10 AM GMT

You are here Article Lao Studies ພຣະ​ເຈົ້າ​ໄຊ​ຍະ​ເຊ​ດຖາ ​ທິຮາດ​ສະ​ເດັດ ກັບນະຄອນ ຊຽງທອງ

ພຣະ​ເຈົ້າ​ໄຊ​ຍະ​ເຊ​ດຖາ ​ທິຮາດ​ສະ​ເດັດ ກັບນະຄອນ ຊຽງທອງ

E-mail Print PDF


ຄັນພຣະເຈົ້າໂພທິສາລະຣາດ ເຈົ້າສະເດັດສຸຣະຄົດແລ້ວ ຄວາມວຸ້ນວາຍກໍ່ບັງເອີນ ເກີດຂຶ້ນໃນຣາຊະສຳນັກ ພວກສັກດີນາ ແລະຂຸນເສິກຊັ້ນຜູ້ໃຫຍ່ຕ່າງກໍ ຢາກຂຶ້ນກຳອຳນາດ ຈິ່ງເປັນເຫດໃຫ້ເກີດສາມັກຄີເພດຂຶ້ນ ໃນສັກດີນາຜູ້ສູງສັກທັງປວງພຣະຍາວຽງ, ແສນທຳມະໂຮງ ແລະ ພຣະມານດາຂອງພຣະລ້ານຊ້າງ ກັບກວານດ້າມພ້າໄດ້ຄົບ ຄິດກັນຈະຍໍພຣະລ້ານຊ້າງ ຂຶ້ນເປັນພຣະເຈົ້າແຜ່ນດິນ ພຣະວໍຣະວັງໂສກັບພັກພວກບໍ່ມີຄວາມພໍໃຈ ເພາະຕົນກໍ່ມີສິດທິໃນຣາຊະສົມບັດ ຈິ່ງພາກັນລົງໄປເຕົ້າໂຮມກຳລັງ ຕໍ່ຕ້ານຢູ່ທີ່ນະຄອນວຽງຈັນ

ໂດຍມີແຜນການທີ່ຈະຕັດແບ່ງແຜ່ນດິນລາວລ້ານຊ້າງອອກເປັນສອງສ່ວນບັນດາເສນາອຳມາດ ອັນມີພຣະຍາເມືອງແສນເປັນເຄົ້າພ້ອມດ້ວຍພຣະສົງອົງຄະເຈົ້າ ແລະປະຊາຊົນທັງປວງກໍ່ບໍ່ເຫັນດີນຳ ຈິ່ງ ພາກັນຈັດຕັ້ງຄະນະບໍຣິຫານຣາຊະການແຜ່ນດິນຂຶ້ນຊົ່ວຄາວໂດຍມີມະຕິຈະໄປອັງເຊີນເອົາພຣະເຈົ້າໄຊຍະເຊດຖາທິຣາດທີ່ຊຽງໃຫມ່ ລົງມາຕັດສິນຊີ້ຂາດວ່າຜູ້ໃດສົມຄວນຈະໄດ້ຣາຊະສົມບັດ ພວກເຂົາເຈົ້າລົງມະຕິເປັນເອກະສັນກັນວ່າ ຈະບໍ່ຍອມອະນຸຍາດໃຫ້ບຸກຄົນຜູ້ໃດມາ ຕັດແຍກແຜ່ນດິນລາວລ້ານຊ້າງທີ່ພຣະຍາຟ້າງຸ່ມ ແລະປະຊາຊົນຂອງພຣະອົງໄດ້ອຸທິດຊີວິດ ແລະເລືອດເນື້ອທຳການທ້ອນໂຮມແຜ່ນດິນຕອນນີ້ໃຫ້ເປັນອັນຫນຶ່ງອັນດຽວກັນໄວ້ ແລ້ວພາກັນກຳຈັດພັກພວກຂອງພຣະລ້ານຊ້າງເສຍໄດ້

ພວກເຂົາກໍ່ໄດ້ພ້ອມໃຈກັນແຕ່ງຕັ້ງໃຫ້ພຣະຍາຍົດລືກຽນ (ຕໍ່ມາໄດ້ເປັນພຣະຍາແສນສຸຣິນທາຄວ້າງຟ້າ) ຂຶ້ນໄປອັງເຊີນເອົາພຣະເຈົ້າໄຊຍະເຊດຖາທິຣາດທີ່ນະຄອນຊຽງໃຫມ່ ແລະແຕ່ງຕັ້ງໃຫ້ພຣະຍາສີສັດທຳມະໄຕຣໂລກຍົກ ກອງທັບຂຶ້ນໄປລໍຖ້າຮັບສະເດັດທີ່ຊຽງຂອງ ພຣະຍາຍົດລືກຽນຂຶ້ນໄປຮອດຊຽງໃຫມ່ແລ້ວ ກໍ່ເຂົ້າເຝົ້າທູນລາຍງານສະພາບການທີ່ເກີດຂຶ້ນໃນຊຽງດົງຊຽງທອງ ໃຫ້ພຣະເຈົ້າໄຊຍະເຊດຖາທິຣາດຊາບທຸກໆປະການ

ຄັນຊົງຊາບວ່າ ພຣະຣາຊະບິດາຂອງພຣະອົງເຖິ່ງແກ່ສຸຣະຄົດແລ້ວ ພຣະໄຊຍະເຊດຖາທິຣາດເຈົ້າກໍ່ມີພຣະໄທໂສກາອາດູນ ເປັນອັນມາກຈຶ່ງໄດ້ຕັດສິນພຣະໄທສະເດັດລົງມາປົງພຣະສົບພຣະຣາຊະບິດາ ແລະລະງັບຄວາມວຸ້ນວາຍທີ່ເກີດຂຶ້ນໃນຊຽງດົງຊຽງທອງ ຈິ່ງໄດ້ມອບເວນບ້ານເມືອງທາງລາວລ້ານນາໃຫ້ແກ່ພຣະຍາກົງກາງຣາດຜູ້ເປັນລຸງ ແລະເປັນເສນາບໍດີຜູ້ໃຫຍ່ຮັກສາແລ້ວ ຍົກກອງທັບລົງມາຍັງຊຽງດົງຊຽງທອງ ຄັນຮອດຊຽງດົງຊຽງທອງແລ້ວ ກໍເຂົ້າຖວາຍຄວາມໂຄຣົບພຣະສົບພຣະຣາຊະບິດາ. ຝ່າຍພຣະວໍຣະວັງໂສກັບພັກ ພວກທີ່ນະຄອນວຽງຈັນ ຄັນໄດ້ຊາບວ່າພຣະເຈົ້າໄຊຍະເຊດຖາທິຣາດສະເດັດມາຍັງນະຄອນ ຊຽງດົງຊຽງທອງ ກໍມີຄວາມຢ້ານກົວເດຊານຸພາບພຣະເຈົ້າໄຊຍະເຊດຖາທິຣາດເປັນອັນ ມາກກໍ່ຮີບຂຶ້ນມາຍັງຊຽງ ດົງຊຽງທອງເຂົ້າເຝົ້າຍອມສາຣະພາບຜິດຕໍ່ພຣະເຈົ້າໄຊຍະເຊດ ຖາທິຣາດທີ່ຕົນໄດ້ກໍ່ການແຍກແຜ່ນດິນ ພຣະໄຊຍະເຊດຖາທິຣາດກໍຊົງໃຫ້ ອະໄພຍະໂທດແກ່ ພຣະອະນຸຊາ ສ່ວນພຣະຍາວຽງແສນທຳມະໂຮງແລະມານດາຂອງພຣະລ້ານຊ້າງ ແລະກວານດ້າມຜ້າທີ່ຖືກຄະນະບໍຣິຫານຣາຊະການແຜ່ນດິນຂັບໄລ່ຫນີໄປນັ້ນກໍ ພາກັນເອົາພຣະລ້ານຊ້າງຫນີໄປຕັ້ງແຂງເມືອງຢູ່ທີ່ວຽງປາກຫ້ວຍຫລວງ (ເມືອງໂພນພິໄສແຂວງຫນອງ ຄາຍປະເທດໄທ) ພຣະໄຊຍະເຊດຖາທິຣາດໄດ້ຊາບດັ່ງນັ້ນຈິ່ງມີພຣະຣາຊະອາດຍາແຕ່ງໃຫ້ ພຣະຍາສີສັດທຳມະໄຕຣໂລກ ເປັນແມ່ທັບຍົກລົງມາກຳຈັດພັກພວກຂອງພຣະລ້ານຊ້າງ ກອງທັບພຣະຊ້າງຍົກຂຶ້ນມາຕັ້ງຮັບກອງທັບພຣະຍາສີສັດທຳມະໄຕຣໂລກທີ່ແກ້ງສາ, ກອງທັບພຣະລ້ານຊ້າງເຊິ່ງແມ່ນພຣະຍາວຽງ, ກວານດ້າມພ້າ ແລະແສນທຳມະໂຮງ ສູ້ກຳລັງຂອງພຣະຍາສີສັດທຳມະໄຕຣໂລກບໍ່ໄດ້ ຈິ່ງແຕກພ່າຍມາເອົາພຣະລ້ານຊ້າງລົງໄປ ເພິ່ງພຣະຍານະຄອນທີ່ວຽງກະບອງ ພຣະຍານະຄອນເຫັນວ່າພວກສາມຄົນນີ້ສ້າງຄວາມແຕກແຍກແກ່ແຜ່ນດິນ ແລະເປັນຕົ້ນຄິດທຳການຂະບົດ ຈິ່ງຈັບຄົນທັງສາມນັ້ນສົ່ງໃຫ້ພຣະຍາສີສັດທຳມະໄຕຣໂລກ (ນ້າອອກພຣະເປັນເຈົ້າ) ພຣະຍາສີສັດທຳມະໄຕຣໂລກຈິ່ງສັ່ງໃຫ້ປະຫານຊີວິດບຸກຄົນທັງສາມນັ້ນເສຍ   ແລ້ວຄຸມເອົາພຣະມານດາຂອງພຣະລ້ານຊ້າງຂຶ້ນມາຍັງຊຽງດົງຊຽງທອງ ພໍຮອດແກ້ງປີງພຣະມານນດາຂອງພຣະລ້ານຊ້າງຄິດເອົາຕົວຫລົບຫນີວ່າຈະລົງ ໄປເພິ່ງອະຍຸດທະຍາ ພຣະຍາສີສັດທຳມະໄຕຣໂລກ (ນ້າອອກພຣະເປັນເຈົ້າ) ກໍ່ໃຫ້ເອົາພຣະມານດາຂອງພຣະລ້ານຊ້າງໄປຂ້າຖີ້ມເສັຍ ແລ້ວນຳເອົາພຣະລ້ານຊ້າງກັບແມ່ລ້ຽງຊື່ນາງກອງສ້ອຍຂຶ້ນມາຖວາຍແກ່ພຣະໄຊຍະເຊດຖາທິຣາດທີ່ຊຽງດົງຊຽງທອງ ແລະຂາບທູນລາຍງານສະພາບການສົງຄາມທີ່ໄດ້ດຳເນີນມາຈົນໄດ້ໄຊຊະນະທຸກປະການ ພຣະໄຊຍະເຊດຖາທິຣາດຈິ່ງຊົງພຣະກະຣຸນາອະໄພຍະໂທດໃຫ້ແກ່ພຣະລ້ານຊ້າງແລ້ວມອບໃຫ້ຢູ່ນຳພຣະຍາແສນເມືອງ,

ຄັນຈັດການບ້ານເມືອງ ໃຫ້ພຣະອົງກໍ່ໄດ້ຊົງແຕ່ງການຖວາຍພຣະເພີງສົບຂອງພຣະຣາຊະບິດາ ໃນຣາຊະພິທີຖວາຍພຣະເພີງສົບຄັ້ງນັ້ນ ພຣະໄຊຍະເຊດຖາທິຣາດ ໄດ້ມອບບ້ານເມືອງໃຫ້ຢູ່ໃນການເບິ່ງແຍງຂອງຄະນະບໍຣິຫານຣາຊະການແຜ່ນດິນໄປພາງກ່ອນ ສ່ວນພຣະອົງໄດ້ຊົງພຣະຫນວດເປັນພຣະພິກສຸຈູງພຣະບໍຣົມມະສົບພຣະຣາຊະບິດາ ຕາມຮີດຄອງທຳນຽມທາງສາດສະຫນາ

Comments:

Latest News
Latest News:
Most Read News
Most Read News:
Author News
More from this author: