ຄວາມສຳຄັນ ວັນວິສາກບູຊານັ້ນ ຊາວພຸດຖືວ່າເປັນວັນສຳຄັນຍິ່ງທາງພຣະພຸດທະສາສະນາ ເພາະເປັນວັນທີ່ພຣະພຸດທະເຈົ້າປະສູດ ຄືເກີດ, ໄດ້ຕັດຮູ້ ຄືສຳເລັດເປັນພຣະພຸດທະເຈົ້າແລະ ໄດ້ປະຣິນິບພານ ຄື ດັບຂັນທາງຣ່າງກາຍຂອງພຮະອົງເທົ່ານັ້ນ ແຕ່ຄວາມເປັນພຸດທະຫລືສິ່ງທີ່ພຮະອົວໄດ້ຕຣັສຮູ້ນັ້ນຍັງຢູ່ ເຫດການທັງ 3ໄດ້ເກີດຂຶ້ນກົງກັນທັງ 3 ຄາວຄື
1. ປະສູດ ເປັນວັນປະສູດຂອງເຈົ້າຊາຍສິດທັດຖະ ນະ ສວນລຸມພິນີສະຖານ ເມື່ອວັນເພັນເດືອນ 6 ກົງກັບວັນສຸກຂຶ້ນ ໑໕ ຄ່ຳ ປີຈໍ ກ່ອນພຸດທະສັກກະຣາດ 80ປີ ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງກຸງກະບິນພັດ ຊົງພຣະຄັນແກ່ໃກ້ຈະປະສູດ ພຣະນາງໄດ້ຮັບພຣະບໍຣົມມະຣາຊານຸຍາດ ຈາກພຣະສວາມີ ໃຫ້ແປຣພຣະຣາສະຖານໄປປະທັບ ນະ ກຸງເທວະທະຫະ ຊຶ່ງເປັນພຣະນະຄອນເດີມຂອງພຣະນາງ ເພື່ອປະສູດໃນຕະກູນຂອງພຣະນາງຕາມປະເພນີນິຍົມໃນສະໄໝນັ້ນ ຂະນະສະເດັດແວ່ພັກຜ່ອນພຣະອິຣິຍາບົດໃຕ້ຕົ້ນສາລະ ນະ ສວນລຸມພິນີນັ້ນ ພຣະນາງກໍໄດ້ປະສູດພຣະໂອຣົດ ນະ ໃຕ້ຕົ້ນສາລະ(ຮັງຫລືຍາງ)ນັ້ນ ຄັ້ນພຣະກຸມານປະສູດໄດ້ 5 ວັນ ກໍໄດ້ຮັບການຖວາຍພຣະນາມວ່າ "ສິດທັດຖະ" ຊຶ່ງຕໍ່ມາພຣະອົງໄດ້ອອກບວດ(ເວັ້ນ) ຈົນບັນລຸອະນຸດຕະຣະສຳມາສຳໂພທິຍານ (ຍານອັນປະເສີດສູງສຸດ) ສຳເລັດເປັນພຣະອະຣະຫັນຕະສຳມາສຳພຸດທະເຈົ້າ ຈຶ່ງຖືວ່າວັນນີ້ເປັນວັນປະສູດຂອງພຣະພຸດທະເຈົ້າ ຄື ການເກີດຂື້ນຂອງຄວາມເປັນພຸດທະທີ່ບໍ່ມີວັນຕາຍ
2.ຕັດຮູ້ ເປັນວັນທີ່ພຣະພຸດທະເຈົ້າຕຣັສຮູ້ ອະນຸດຕະຣະສຳມາສຳໂພທິຍານ ນະ ຮົ່ມໄມ້ສີມະຫາໂພທິບັນລັງ ຮີມຝັ່ງແມ່ນ້ຳເນຣັນຊະຣາ ຕາແສງອຸຣຸເວລາເສນານິຄົມ ເມື່ອວັນເພັນເດືອນ 6 ກ່ອນພຸດທະສັກກະຣາດ 45 ປີ
ການຕຣັສຮູ້ອະຣິຍະສັຈສີ່ ຄືຂອງຈິງອັນປະເສີດ 4 ປະການ ຂອງພຣະພຸດທະເຈົ້າ ເປັນການຕຣິສຮູ້ອັນຍອດຢ້ຽມ ບໍ່ມີຜູ້ໃດສະເໝີເໝືອນໄດ້ ວັນຕຣັສຮູ້ຂອງພຣະພຸດທະເຈົ້າ ຈຶ່ງຈັດເປັນວັນສຳຄັນ ເພາະເປັນວັນທີ່ໃຫ້ເກີດມີພຣະພຸດທະເຈົ້າຂຶ້ນໃນໂລກຊາວພຸດທົ່ວໄປ ຈຶ່ງຮຽກວັນວິສາກຂະບູຊາວ່າ ວັນພຣະພຸດທະເຈົ້າອັນມີປະວັດວ່າ ພຣະມະຫາບຸຣຸດຊົງບຳເພັນພຽນຕໍ່ໄປ ທີ່ໃຕ້ຕົ້ນພຣະສີມະຫາໂພນັ້ນ ຊົງເລີ່ມບຳເພັນສະມາທິໃຫ້ເກີດໃນພຣະໄທ ຮຽກວ່າການເຂົ້າ "ຊານ" ເພື່ອໃຫ້ບັນລຸ "ຍານ" ຈົນເວລາຜ່ານໄປຈົນເຖິງ...
ຍາມຕົ້ນ: ຊົງບັນລຸ "ປຸບເພນິວາສານຸຕິຍານ" ຄືຊົງຣະຣຶກຊາດໃນອະດີດທັງຂອງຕົນເອງແລະຜູ້ອື່ນໄດ້ ຄືຮູ້ຈັກອະດີດຄວາມເປັນມາຂອງສັບພະສິ່ງທັງມວນ
ຍາມສອງ: ຊົງບັນລຸ "ຈຸຕູບປະປາທະຍານ" ຄືການຮູ້ແຈ້ງການເກີດແລະດັບຂອງສັບສັດທັງຫລາຍ ຄືຮູ້ຈັກຈຸຕິແລະປະຕິສົນທິຂອງສັດທັງຫລາຍ ກໍຄືຮູ້ບັນຫາທີ່ເປັນປັດຈຸບັນທັງປວງນັ້ນເອງ
ຍາມສາມ: ຊົງບັນລຸ "ອາສະວັກຂະຍະຍານ" ຄືຮູ້ວິທີກຳຈັດກິເລດຫລືຮູ້ແກ້ບັນຫາຮູ້ທາງອອກຊອງບັນຫາທັງມວນດ້ວຍຫລັກ ອະຣິຍະສັດສີ່ (ທຸກ ສະມຸໄທ ນິໂຣດ ມັຄ) ໄດ້ຕຣັສຮູ້ເປັນພຣະສຳມາສຳພຸດທະເຈົ້າ ໃນຄືນວັນເພັນເດືອນ 6 ຊຶ່ງຂະນະນັ້ນ ພຣະພຸດທະອົງມີພຣະຊົນມາຍຸໄດ້ 35 ພັນສາ
ພຣະທັມທີ່ພຣະພຸດທະອົງຊົງຕຣັສຮູ້ ຄືອະຣິຍະສັດ 4 ຫລື ຄວາມຈິງອັນປະເສີດ 4 ປະການນັ້ນ ໄດ້ແກ່ 1. ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍບໍ່ສະບາຍໃຈ, 2. ສະມຸໄທ ຄື ເຫດທີ່ເຮັດໃຫ້ເກີດທຸກ, 3. ນິໂຣດ ຄື ຄວາມດັບທຸກ ແລະ 4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບແຫ່ງທຸກ ທັງ 4 ຂໍ້ນີ້ຖືເປັນສັດຈະທັມ ຮຽກວ່າ ອະຣິຍະສັດ ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າຊົງຄົ້ນພົບ ເປັນສັດຈະທຳຊັ້ນສູງ ປະເສີດກວ່າສັດຈະທັມສາມັນທົ່ວໄປ
3. ປະຣິນິບພານ ເປັນວັນປິຣິນິບພານຂອງພຣະສຳມາສຳພຸດທະເຈົ້າ ນະ ຮົ່ມໄມ້ຮັງ ຫລື ຍາງ(ຕົ້ນສາລະ) ຄູ່ ຫນ່ຶງໃນສາລະວະໂນທະຍານຂອງມັນລະກະສັດ ໃກ້ເມືອງກຸສິນາຣາ ເມື່ອວັນເພັນເດືອນ 6 ກ່ອນພຸດທະສັກກະຣາດ 1 ປີ ວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ປະຣິນິບພານ (ດັບສັງຂານບໍ່ກັບມາເກີດສ້າງຊາດ ສ້າງພົບອີກຕໍ່ໄປ) ການປະຣິນິບພານຂອງພຣະພຸດທະເຈົ້າ ກໍຖືເປັນວັນສຳຄັນຂອງຊາວພຸດທົ່ວໂລກເພາະຊາວພຸດທົ່ວໂລກໄດ້ສູນເສຍດວງປະທີບຂອງໂລກ ເປັນການສູນເສຍທີ່ຍິ່ງໃຫຍ່ແລະທີ່ສຳຄັນຊາວພຸດທົ່ວໄປມີຄວາມເສົ້າສະຫລົດ ເສຍໃຈແລະອາໄລສຸດຈະພັນລະນາ ອັນມີປະວັດວ່າເມື່ອພຣະພຸດທະອົງໄດ້ຕັດຮູ້ແລະສະແດງພຣະສັດທັມມະເທສະນາມາເປັນເວລາດົນນານເຖິງ 45 ປີ ຊຶ່ງມີພຣະຊົນມາຍຸໄດ້ 80 ພັນສາ ໄດ້ປະທັບຈຳພັນສາ ນິ ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັດຊີ ໃນຣະຫວ່າງນັ້ນຊົງປະຊວນຢ່າງໜັກ ຄັ້ນເມື່ອເຖິງວັນເພັນເດືອນ 6 ພຣະພຸດທະອົງກັບພຣະພິກສຸສົງທັງຫລາຍ ກໍໄປຮັບພັດຕາຫານບິນທະບາດທີ່ເຮືອນນາຍຈຸນທະ ຕາມຄຳກາບທູນນິມົນ ພຣະອົງຊົງສະ ເວີຍສຸກະຣະມັດທະວະທີ່ນາຍຈຸນທະຕັ້ງໃຈເຮັດຖວາຍ ກໍເກີດອາພາດລົງ ແຕ່ຊົງອົດກັ້ນມຸ່ງສະເດັດໄປຍັງເມືອງກຸສິນາຣາ ປະທັບ ນະ ປ່າສາລະ ເພື່ອສະເດັດດັບຂັນທະປະຣິນິບພານ ໃນຣາຕຣີນັ້ນ ໄດ້ມີປະຣິພາຊົກຜູ້ໜຶ່ງ ຊື່ສຸພັດທະຂໍເຂົ້າເຝົ້າ ແລະໄດ້ອຸບປະສົມບົດເປັນພຣະພຸດທະສາວົກອົງສຸດທ້າຍ ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍຊົງປະທານປັດສິມມະໂອວາດວ່າ "ດູກ່ອນພິກສຸທັງຫລາຍອັນວ່າສັງຂານທັງຫລາຍຍ່ອມມີຄວາມເສື່ອມສະລາຍໄປເປັນທຳມະດາ ທ່ານທັງຫລາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນແລະປະໂຫຍດຂອງຜູ້ອື່ນໃຫ້ບໍຣິບູນດ້ວຍຄວາມບໍ່ປະມາດເຖີດ" ຫລັງຈາກນັ້ນກໍສະເດັດເຂົ້າດັບຂັນທະປະຣິນິບພານ ໃນຣາຕຣີເພັນເດືອນ6 ນັ້ນເອງ.
ວັນວິສາຂະບູຊາ ຈຶ່ງນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສະນິກະຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມຣະຣຶກເຖິງພຣະຄຸນຂອງພຣະອົງ ທີ່ມີຕໍ່ປວງຊົນມວນມະນຸດແລະສັບສັດທັງຫລາຍອັນຫາທີ່ສຸດບໍ່ໄດ້ ເພາະເປັນວັນທັງ 3 ວັນມາບັນຈົບພົບກັນ ແບບພໍດີພໍງາມແລະໃຫ້ຄວາມຫມາຍທີ່ມີຄຸນຄ່າມະຫາສານ ຕາມພຣະທັມຄຳສອນທີ່ພຣະພຸດທະອົງຊົງສອນໄວ້ວ່າສິ່ງທັງຫລາຍທັງປວງປະກອບ ດ້ວຍອົງ 3 ຄືເກີດຂຶ້ນ ຕັ້ງຢູ່ ແລະດັບໄປເປັນທັມມະດາ, ເພາະສະນັ້ນຮ່າງກາຍສັງຂານທັງຫລາຍຍ່ອມເສື່ອມໄປ ຣ່າງກາຍຂອງພຣະພຸດທະອົງ ກໍເຫມືອນກັນ ມີການເກີດກໍຍ່ອມມີການດັບໄປ ແຕ່ສິ່ງທີ່ບໍ່ດັບແຕ່ຍັງຕັ້ງຢູ່ໄດ້ນັ້ນ ການຕຣັສຮູ້ຂອງພຣະອົງ ອັນຫມາຍເຖີງພຣະທັມຄຳສອນທີ່ພຣະ ອົງຊົງຕຣັສຮູ້ ມີອະຣິຍະສັດຈະທັມ 4 ປະການເປັນຕົ້ນນັ້ນຍັງຄົງຢູ່ ຍັງເປັນອະມະຕະ ຖ້າຜູ້ໃດເຂົ້າເຖີງໄດ້ແລ້ວ ຜູ້ນັ້ນຈະແກ້ບັນຫາທຸກຢ່າງໄດ້ ກໍຄືຈະດັບທຸກທັງປວງໄດ້ ຍ້ອນວ່າອະຣິຍະສັດຈະທັມທັງ 4 ປະການນີ້ຄືຫລັກໃນການແກ້ບັນຫາ ສະໄຫມນີ້ເອີ້ນວ່າຫລັກການວິໄຈນັ້ນເອງ ການວິໄຈເປັນຫລັກການໃນການແກ້ບັນຫາທັງປວງໃນປັດຈຸບັນ ທີ່ເອີ້ນວ່າວິໄຈ 5 ບົດ ກໍແມ່ນຫລັກການດຽວກັນກັບອະຣິຍະສັດຈະທັມ 4 ປະການ, ສະນັ້ນພຣະພຸດທະອົງຈະປະຣິນິບພານໄປ ແຕ່ຫລັກການວິໄຈເພື່ອແກ້ບັນຫານິ້ຍັງຢູ່ ຖ້າເຮົາຊາວພຸດຫາກຮູ້ແລະເຂົ້າໃຈແລ້ວທຸກ ທ່ານກໍຈະສາມາດແກ້ບັນຫາທຸກຢ່າງໄດ້ ເຫມືອນນັກສຶກສາຮູ້ການວິໄຈ 5 ບົດເຂົາກໍສາມາດຮຽນຈົບປະຮິນຍາໂທ-ເອກໄດ້ນັ້ນເອງ
ສະນັ້ນການປະກອບພິທີໃນວັນວິສາຂະບູຊາ ຈຶ່ງມີຈຸດມຸ່ງໝາຍເພື່ອຣະຣຶກເຖິງອະຣິຍະສັດ 4 ແລະພຣະຄຸນ 3 ປະການທີ່ພຣະພຸດທະອົງມີ ແກ່ເວໄນຍະສັດທັງປວງຄືພຣະວິສຸດທິຄູນ ພຣະປັນຍາຄູນ ແລະພຣະມະຫາກະຣຸນາທິຄຸນ ອີກທັງເພື່ອເປັນການຣະຣຶກເຖິງເຫດການອັນໜ້າອັດສະຈັນທັງ 3 ປະການ ທີ່ມາບັງເກີດໃນມື້ດຽວກັນ ແລະນຳຫລັກທັມຄຳສັ່ງສອນຂອງພຣະພຸດທະອົງຄືອະຣິຍະສັດ 4 ປະການມາເປັນແນວທາງໃນການປະພຶດປະຕິບັດເພື່ອແກ້ບັນຫາ ເພື່ອຄວາມຈະເຣີນກ້າວຫນ້າໃນຊີວິດແລະສັງຄົມຕໍ່ໄປ.
ວິດີໂອປະກອບ
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (516 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:ວັດສີທາດ (343 Hits)ຍະໂສທອນ 13 ວັດ (423 Hits)ພຣະເຈົ້າໄຊຍະເຊດຖາໃນປີ1560 (557 Hits)ຍົກພາຍຸຫະຍາຕຣານຳເຈົ້າເຊດຖະວັງໂສໄປຊຽງໃຫມ່ (354 Hits)ໄຊຍະເຊດຖາທິຣາດຄອງແຜ່ນດິນລາວລ້ານນາ (615 Hits)ພຣະເຈົ້າ ໄຊຍະເຊດຖາທິຣາດ ຂຶ້ນຄອງສອງ ແຜ່ນດິນ (681 Hits)ພຣະເຈົ້າ ໄຊຍະເຊດຖາທິຣາດ ຄອງເມືອງຊຽງແສນ (567 Hits)







