ເມື່ອວັນທີ່ 1 ກໍຣະກົດ 2010 ທີ່ລານຊັ້ນ 1 ຄະນະສະຖາປັດຍະກຳສາດ ຜັງເມືອງ ແລະນະຣຶມິດສິນ ມະຫາວິທະຍາໄລມະຫາສາຣະຄາມ ໂດຍງານວິເທດສຳພັນ ກອງປະຊາສຳພັນແລະກິດຈະການຕ່າງປະເທດ ມະຫາວິທະຍາໄລມະຫາສາຣະຄາມໄດ້ຈັດພິທີບາຍສີສູ່ຂວັນໃຫ້ກັບນິສິດນານາຊາດ ມະຫາວິທະຍາໄລມະຫາສານຣະຄາມ ປະຈຳປີການສຶກສາ 2010 ຂຶ້ນ ໂດຍມີຜູ້ຊ່ວຍສາດຕຣາຈານ ດຣ. ສຸຈິນ ບຸດດີສຸວັນນະ ຮອງອະທິການບໍດີຝ່າຍພັດທະນານິສິດ ເປັນປະທານກ່າວຕ້ອນຮັບແລະກ່າວໃຫ້ໂອວາດແກ່ນິສິດນານາຊາດ ເພື່ອໃຫ້ນິສິດເກີດຂວັນແລະກຳລັງໃຈ ຂະນະທີ່ກຳລັງສຶກສາໃນມະຫາວິທະຍາໄລມະຫາສາຣະຄາມ ເປັນການຕຽມຕົວຕຽມໃຈ ໃນການປັບຕົວເອງເຂົ້າກັບບຸກຄົນອື່ນ ໃຫ້ເກີດການຮຽນຮູ້ ການໃຊ້ຊີວິດໃນຮົ້ວມະຫາວິທະຍາໄລແລະສັງຄົມຮອບມະຫາວິທະຍາໄລໄດ້ຢ່າງມີຄວາມສຸກ ເປັນການສືບທອດຂະນົບທຳນຽມປະເພນີທີ່ປະຕິບັດມາເປັນປະຈຳທຸກປີ ແລະເພື່ອໃຫ້ນິສິດນານາຊາດໄດ້ແລກປ່ຽນຮຽນຮູ້ວັດທະນະທັມຂອງແຕ່ລະປະເທດ ມີນິສິດນານາຊາດຈຳນວນ 150 ຄົນເຂົ້າຮ່ວມ ປະກອບດ້ວຍນິສິດຈາກ ສາທາລະນະລັດປະຊາຊົນຈີນ ສາທາລະນະລັດສັງຄົມນິຍົມວຽດນາມ ສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ ແລະຣາຊະອານາຈັກກຳພູຊາ ໃນການນີ້ມີ ຜູ້ບໍຣິຫານ ອາຈານ ແລະບຸຄາກອນຮ່ວມຜູກຂໍ້ຕໍ່ແຂນຮັບຂວັນນິສິດໃໝ່ນານາຊາດ ຂ້າພະເຈົ້າເອງໄດ້ຮັບອະນຸຍາດຈາກສະຖາບັນຯ ໃຫ້ນຳພານາງການາຈາກປະເທດມົງໂກນເຂົ້າຮ່ວມງານລ້ຽງຮັບຮອງໃນຄັ້ງນີ້ດ້ວຍ
Comments:
- Latest News
- Latest News:ຜົມດຳ===ຜົມຫງອກ (315 Hits)ຮູ້ຈັກປ່ອຍວາງ (405 Hits)ດີນອກ ດີໃນ (605 Hits)Lao Social Media scene by Sounay Phothisane (516 Hits)
- Most Read News
- Most Read News:ເພງ ອ່ອນແອ ໂດຍ Anita (3342 Hits)ຮູບປັ້ນ ເຈົ້າອານຸວົງ ຖືກປະດິດ ສະຖານແລ້ວ (2815 Hits)13 ປີ ສປປ ລາວ ເຂົ້າເປັນ ສະມາຊິກ ອາຊຽນ (2034 Hits)Genii with World Cup Fever (1712 Hits)
- Author News
- More from this author:ວັນວິສາຂະບູຊາ (1411 Hits)ວັດສີທາດ (343 Hits)ຍະໂສທອນ 13 ວັດ (423 Hits)ພຣະເຈົ້າໄຊຍະເຊດຖາໃນປີ1560 (557 Hits)ຍົກພາຍຸຫະຍາຕຣານຳເຈົ້າເຊດຖະວັງໂສໄປຊຽງໃຫມ່ (354 Hits)ໄຊຍະເຊດຖາທິຣາດຄອງແຜ່ນດິນລາວລ້ານນາ (615 Hits)ພຣະເຈົ້າ ໄຊຍະເຊດຖາທິຣາດ ຂຶ້ນຄອງສອງ ແຜ່ນດິນ (681 Hits)







